spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕັດສິນປະຫານຊີວິດ ຖານຂົນສົ່ງຢາເສບຕິດ ນໍ້າໜັກ 6 ກິໂລກຼາມ

ຕັດສິນປະຫານຊີວິດ ຖານຂົນສົ່ງຢາເສບຕິດ ນໍ້າໜັກ 6 ກິໂລກຼາມ

Published on

ໃນອາທິດຜ່ານມາ, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງຫຼວງນໍ້າທາ ໄດ້ຕັດສິນຄະດີຄ້າຂາຍຢາເສບຕິດ ຈຳນວນ 2 ເລື່ອງ ມີຈໍາເລີຍ 3 ຄົນ ໂດຍຄະນະສານໄດ້ພິຈາລະນາສໍານວນຄະດີ ບວກກັບຫຼັກຖານຈຶ່ງໄດ້ຕັດສິນຈໍາເລີຍ 1 ປະຫານຊີວິດ ແລະ ຕັດອິດສາລະພາບຕະຫຼອດຊີວິດ ຈໍາເລີຍ 2 ແລະ 3.

ຈໍາເລີຍທີ 1 ຊື່ ທ້າວ ສິງຄຳ ອາຍຸ 29 ປີ ຢູ່ບ້ານໂພນພະ ເມືອງອານຸວົງ ແຂວງໄຊສົມບຸນ ໃນຂໍ້ຫາຂົນສົ່ງຢາເສບຕິດ ປະເພດຢາບ້າ. ເຊິ່ງສານອາຍາຂັ້ນຕົ້ນແຂວງຫຼວງນໍ້າທາ ໄດ້ພິຈາລະນາຕັດສິນລົງໂທດຕາມມາດຕາ 2 ຂໍ້ 2 ວັກ 4 ຂອງກົດໝາຍ ວ່າດ້ວຍການປັບປຸງມາດຕາ ( 146 ) ຂອງກົດໝາຍອາຍາ ພ້ອມທັງຮິບຢາບ້າຈຳນວນ 30 ມັດ ເທົ່າກັບ 60.000 ເມັດ, ນໍ້າໜັກ 6 Kg ເພື່ອທຳລາຍຖິ້ມ ແລະ ຮິບໂທລະສັບຢູນິເທວສີຂາວເທົາ 1 ໜ່ວຍ ທີ່ຈຳເລີຍນຳໃຊ້ໃນການກະທຳຜິດ ເຂົ້າເປັນຂອງລັດ.

ສ່ວນຈຳເລີຍທີ 2 ຊື່ ທ້າວ ກໍປາ ອາຍຸ 32 ປີ ແລະ ທ້າວ ເຄີມື ອາຍຸ 27 ປີ ທັງສອງຢູ່ບ້ານປຸງຊາຍ ເມືອງລອງ ແຂວງ ຫຼວງນໍ້າທາ ຖືກກັກຕົວວັນທີ 13 ພະຈິກ 2016 ໃນສະຖານຂົນສົ່ງຢາເສບຕິດ ປະເພດຢາບ້າຈຳນວນ 18.000 ເມັດ, ໜັກ 1,8 ກິໂລກຼາມ ຖືກຕັດສິນລົງໂທດຕາມມາດຕາ 2 ຂໍ້ 2 ວັກ 3 ຂອງກົດໝາຍອາຍາ ວ່າດ້ວຍການປັບປຸງມາດຕາ 146 ຂອງກົດໝາຍອາຍາ ຕັດອິດສະລະພາບຈຳເລີຍທັງສອງຕະຫຼອດຊິວີດ. ພ້ອມທັງຮິບຢາບ້າຈຳນວນ 18.000 ເມັດ, ໜັກ 1,8 ກິໂລກຼາມ ເພື່ອທຳລາຍຖີ້ມທັງໝົດ, ຮິບໂທລະສັບຢູນິເທວສີດຳ 1 ໜ່ວຍ, ໂທລະສັບໄອຄິວສີຂາວ 2 ໜ່ວຍ ທີ່ພວກຈຳເລີຍໄດ້ນຳໃຊ້ໃນການກະທຳຜິດ ເຂົ້າເປັນຂອງລັດ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນນີ້, ສານອາຍາສານປະຊາຊົນແຂວງຫຼວງນໍ້າທາ ໄດ້ຕັດສິນຄະດີສໍ້ໂກງຊັບຂອງລັດ ແລະ ພົນລະເມືອງ ຈໍາເລີຍ ຊື່ ທ້າວ ຈ່ອຍ ຫຼື ບຸນລັກ ອາຍຸ 39 ປີ ຖືກກັກຕົວວັນທີ 30 ກັນຍາ 2016, ນາງ ຈຸລຸນີ ອາຍຸ 37 ປີ ຖືກກັກຕົວວັນທີ 5 ເມສາ 2017 ທັງສອງຢູ່ບ້ານໂພນທອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກສານຕັດສິນລົງໂທດຕາມມາດຕາ 109 ວັກ 2 ແລະ ມາດຕາ 120 ວັກ 2 ຂອງກົດໝາຍອາຍາສະບັບປັບປຸງ ປີ 2005 ຕັດອິດສະລະພາບຜູ້ລະ 5 ປີ ໃນສະຖານສໍ້ໂກງຊັບຂອງລັດ ແລະ ພົນລະເມືອງ ພ້ອມທັງໃຊ້ແທນຄ່າເສຍຫາຍໂຈດທາງແພ່ງໃຫ້ຄົບຕາມຈໍານວນ.

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...