Homeຂ່າວຕ່າງປະເທດ300,000ກວ່າລາຍຊື່ລົງນາມຖອນລາງວັນໂນເບລສາຂາສັນຕິພາບອອກຈາກ ອອງຊານຊູຈີ

300,000ກວ່າລາຍຊື່ລົງນາມຖອນລາງວັນໂນເບລສາຂາສັນຕິພາບອອກຈາກ ອອງຊານຊູຈີ

Published on

ເມື່ອວັນທີ 5 ກັນຍາ 2017 ທີ່ຜ່ານມາ ສຳນັກຂ່າວ ຣັສເຊຍ ໂກຣດແມນ ແລະ ນິວຢອກທາມ ໄດ້ລາຍງານວ່າ ບໍ່ພໍເທົ່າໃດອາທິດທີ່ຜ່ານມາທະຫານມຽນມາໃນລັດຖະບານທ່ານນາງ ອອງຊານຊູຈີ ໄດ້ບຸກເຂົ້າໂຈມຕີຖານທີ່ໝັ້ນສຳຄັນກຸ່ມກໍ່ການຮ້າຍ ອາຣະກັນຊາວໂຣຮິນຢາ ເຮັດໃຫ້ມີແມ່ຍິງ ແລະ ເດັກນ້ອຍຊາວໂຣຮິນຢາຖືກທາລຸນ ແລະ ຖືກຂ້າເປັນຈຳນວນຫຼາຍ

ຕາມທີ່ຄະນະກຳມະທິການຢຸໂຣບໂຣຮິນຢາ (ERC ຢຸໂຣບໂຣຮິນຢາ Council) ລາຍງານສະຖິຕິສະເພາະນັບຕັ້ງແຕ່ວັນທີ 25-27 ສິງຫາ 2017 ພຽງເວລາ 3 ມື້ ມີຊາວໂຣຮິນຢາກວ່າ 3,000 ຄົນຖືກຂ້າຕາຍ, ໝູ່ບ້ານຖືກເຜົາທຳລາຍ ໂດຍທະຫານຂອງມຽນມາໄດ້ໃຫ້ເຫດຜົນວ່າທີ່ເຮັດລົງໄປເພື່ອຕໍ່ຕ້ານການກໍ່ການຮ້າຍ ແລະ ໃນຂະນະນີ້ມີຜູ່ລີ້ໄພຊາວໂຣຮິນຢາກວ່າ 18,000ຄົນ

ລາງວັນໂນເບລສາຂາສັນຕິພາບທີ່ທ່ານ ນາງ ອອງຊານຊູຈີ ໄດ້ຮັບ ເປັນລາງວັນທີ່ມອບໃຫ້ຄົນທີ່ມີຜົນງານໂດດເດັ່ນໃນດ້ານການສ້າງມິດຕະພາບລະຫວ່າງຄົນ ຄົນທີ່ໄດ້ຮັບລາງວັນນີ້ຄວນຈະຕໍ່ສູ້ເພື່ອປົກປ້ອງ ແລະ ສົ່ງເສີມຄຸນຄ່າສິດທິມະນຸດເພື່ອໃຫ້ເກີດຄວາມສະຫງົບສຸກ ເມື່ອເກີດເຫດອາຊະຍາກຳຮ້າຍແຮງຕໍ່ຊາວໂຣຮິນຢາໃນປະເທດມຽນມາ ອອງຊານຊູຈີກໍ່ຄວນຈະຫາແນວທາງແກ້ໄຂ ແຕ່ເມື່ອໄດ້ຮັບລາງວັນໂນເບລສາຂາສັນຕິພາບໄປແລ້ວບໍ່ສາມາດທີ່ຈະສາມາດປະຕິບັດຕາມໄດ້ລາງວັນນີ້ກໍ່ຄວນຈະຖືກຖອນຄືນໂດຍຄະນະກຳມາທິການໂນເບລ ເຊິ່ງປັດຈຸບັນມີຄົນລົງລາຍຊື່ກວ່າ 300,000 ຄົນ ຍື່ນໜັງສືຫາຄະນະກຳມະທິການໂນເບລໃຫ້ຖອນລາງວັນນີ້ຈາກອອງຊານຊູຈີ

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...