spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ກວດຄົ້ນລົດຈັກເປົ້າໝາຍ ພົບຢາເສບຕິດຫຼາຍລາຍການ

ກວດຄົ້ນລົດຈັກເປົ້າໝາຍ ພົບຢາເສບຕິດຫຼາຍລາຍການ

Published on

ໃນອາທິດຜ່ານມາ, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ສົມທົບກັບເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ແຂວງວຽງຈັນ ໄດ້ສະກັດກວດຄົ້ນລົດຈັກເປົ້າໜາຍຄ້າ-ຂາຍຢາເສບຕິດ ໃນຄະນະທີ່ກໍາລັງເອົາຢາເສບຕິດໄປສົ່ງໃຫ້ຜູ້ສັ່ງຊື້ ພົບຢາບ້າຈຳນວນ 13.000 ເມັດ , ຢາຝິ່ນຈຳນວນ 900 ກຼາມ ແລະ ແປ້ງຝຸ່ນສີຂາວ 4,5 ກິໂລກຼາມ ພ້ອມທັງຈັບຕົວຜູ້ຂັບຂີ່ ຊື່ ທ້າວ ແອວ່າງ ອາຍຸ 30 ປີ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄປສອບສວນ.

ຜ່ານການສຶບສວນ – ສອບສວນຂອງເຈົ້າໜ້າທີ່ ທ້າວ ແອວ່າງ ໃຫ້ການຮັບສາລະພາບວ່າ: ໃນເບື້ອງຕົ້ນ ໃນວັນທີ 24 ສິງຫາ 2017 ໄດ້ຕິດຕໍ່ພົວພັນຊື້ຢາເສບຕິດຈໍານວນດັ່ງກ່າວ ຈາກຜູ້ຮ່ວມຂະບວນການນໍາກັນ ຢູ່ແຂວງອຸດົມໄຊ ໂດຍຫຸ້ມຫໍ່ຢາເສບຕິດໃສ່ແກັດແລ້ວລັກລອບຝາກໄປນໍາລົດໂດຍສານປະຈໍາທາງ ເຊິ່ງແມ່ນ ທ້າວ ແອວ່າງ ເປັນຜູ້ລໍຖ້າຮັບເອົາຢູ່ບ່ອນນັດໝາຍ ແລ້ວເອົາໄປຊຸກເຊື່ອງໄວ້ຢູ່ເຮືອນ ເພື່ອກຽມລໍຖ້າຜູ້ສັ່ງຊື້.

ມາຮອດວັນທີ 27 ສິງຫາ 2017 ໄດ້ມີຜູ້ຮ່ວມຂະບວນການນໍາກັນໂທລະສັບສັ່ງຊື້ຢາບ້ານຳ ທ້າວ ແອວ່າງ ຈຳນວນ 27 ມັດ ແຕ່ຢາບ້າຂອງ ທ້າວ ແອວ່າງ ມີບໍ່ພໍ ຜູ້ກ່ຽວຈຶ່ງນັດສົ່ງຢາບ້າ ຈຳນວນ 6 ມັດ ໃຫ້ກ່ອນ ສ່ວນທີ່ເຫຼືອແມ່ນສົ່ງຕາມຫຼັງ ໂດຍນັດຊື້-ຂາຍກັນຢູ່ແຂວງວຽງຈັນ. ຈາກນັ້ນ, ທ້າວ ແອວ່າງ ໄດ້ເອົາຢາບ້າຈໍານວນ 6 ມັດ ໃສ່ຖົງເປ້ ແລ້ວໃສ່ລົດຈັກໄປສົ່ງຕາມການນັດໝາຍ ພໍໄປຮອດເຂດບ້ານໂພນແກ້ວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ຕຳຫຼວດໄດ້ກວດລັດລົດຈັກເປົ້າໝາຍ ພ້ອມທັງກວດຄົ້ນພົບເຫັນຢາບ້າ ຈຳນວນ 6 ມັດ ເທົ່າກັບ 13.000 ເມັດ, ຢາຝິ່ນຈຳນວນ 900 ກຼາມ ແລະ ແປ້ງຝຸ່ນສີຂາວ 4,5 ກິໂລກຼາມ ໄປດໍາເນີນຄະດີຕາມກົດໝາຍ.

ຢ່າງໃດກໍຕາມ, ຕໍ່ກັບວຽກງານສະກັດກັ້ນ ແລະ ປາບປາມຢາເສບຕິດ ຮຽກຮ້ອງມາຍັງທຸກພາກສ່ວນເປັນເຈົ້າການປະກອບສວນຢ່າງກວ້າງຂວາງ ໂດຍສະເພາະໃຫ້ຊ່ວຍກັນເປັນຫຸເປັນຕາໃຫ້ກັບເຈົ້າໜ້າທີ່ວິຊາສະເພາະ ເພື່ອອໍານວຍຄວາມສະດວກໃນສະໜອງຂໍ້ມູນໃນການຕິດຕາມເປົ້າໝາຍລັກລອບເຄື່ອນໄຫວຄ້າຂາຍຢາເສບຕິດ ໂດຍສະເພາະ ເຈົ້າໜ້າທີ່ແຕ່ລະຂັ້ນຢູ່ຮາກຖານ ຕ້ອງເປັນເຈົ້າການໃນການຕິດຕາມຄຸ້ມຄອງພົນລະເມືອງຢູ່ໃນເຂດຄວາມຮັບຜິດຊອບຂອງຕົນ ຖ້າອາໄສແຕ່ເຈົ້າໜ້າທີ່ຕໍາຫຼວດພຽງຝ່າຍດຽວໃນການປາບປາມ ຄົງເປັນໄປໄດ້ຍາກທີ່ຈະເຮັດໃຫ້ຢາເສບຕິດຫຼຸດລົງ ຖ້າເຮົາບໍ່ຊ່ວຍກັນຢ່າງຈິງຈັງ.

 

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...