spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄວາມເຊື່ອຖືໃນສາສະໜາໄປທາງບໍ່ຖືກຕ້ອງປາກົດມີຂຶ້ນ

ຄວາມເຊື່ອຖືໃນສາສະໜາໄປທາງບໍ່ຖືກຕ້ອງປາກົດມີຂຶ້ນ

Published on

ຜ່ານການຕິດຕາມສະພາບການເຄື່ອນໄຫວສາສະໜາຢູ່ລາວໃນໄລຍະຜ່ານມາເຫັນວ່າ: ຍັງມີບາງຄົນ, ສາສະນິກະຊົນຈໍານວນໜຶ່ງເຊື່ອຖືສາສະໜາຂອງຕ່າງປະເທດ ແລະ ໄດ້ຈັດກິດຈະກໍາທາງສາສະໜາບໍ່ໄປຕາມຫລັກສີນທໍາຄໍາສອນຂອງພະເຈົ້າ,​ ມີການປະຕິເສດກົດເກນຂະຫຍາຍຕົວຂອງສັງຄົມມະນຸດ ແລະ ກົດເກນທໍາມະຊາດ, ຝືນຕໍ່ຫລັກວິທະຍາສາດ, ມີຄວາມໃຝ່ຝັນຕໍ່ສິ່ງເໜືອທໍາມະຊາດ, ໂດຍປາກົດການດັ່ງກ່າວເຖິງວ່າຈະເກີດຢູ່ປະເທດໃດ, ລະບອບການເມືອງໃດກໍຍ່ອມຮັບບໍ່ໄດ້ ເຊັ່ນ: ກໍລະນີເກີດຂຶ້ນເມື່ອປີ 2003 ມີປະຊາຊົນຜູ້ເຊື່ອຖືຢູ່ບ້ານແຫລ້ ເມືອງຄູນ ແຂວງຊຽງຂວາງລົງມືຂ້າເມຍຕົນເອງເພື່ອບູຊາພະເຈົ້າ, ຕໍ່ມາມີປະກົດການມີຄົນປີນຜາແລ້ວໂດດລົງມາເພື່ອຫວັງຈະບິນໄປຫາພະເຈົ້າ, ໃນປີ 2016 ຢູ່ເມືອງຄໍາ ແຂວງຊຽງຂວາງມີກໍລະນີແມ່ຂ້າລູກ 3 ຄົນ ແລະ ຂ້າຕົນ ເອງຕາຍຕາມເພື່ອຫວັງໄປຢູ່ນໍາພະເຈົ້າ ແລະ ລ້າສຸດເມື່ອເດືອນພຶດສະພາ 2017 ນີ້, ທ້າວ ໄທຢາງ ຢູ່ບ້ານດົງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເປັນຜູ້ນັບຖືສາສະໜາຄຣິສ, ໄດ້ພາຄອບຄົວຂອງຜູ້ກ່ຽວໄປນອນເຮັດກິດຈະກໍາທາງສາສະໜາຢູ່ຖຽງສວນຢາງພາລາຂອງຕົນ ແລ້ວສ້າງວິທີຫລອກລວງຄອບຄົວ, ລູກເມຍແກ້ເປືອຍຕົວແລ້ວເອົາຄ້ອນທູບຫົວແຕ່ລະຄົນຈົນເສຍຊີວິດແລ້ວຈົກສະໝອງຫວ່ານເພື່ອຖວາຍພະເຈົ້າ, ເຫດການອັນຊົ່ວຮ້າຍຄັ້ງນີ້ມີຜູ້ເສຍຊີວິດ 6 ຄົນ. ນອກນີ້ຍັງມີບາງກຸ່ມຄົນຈໍານວນໜຶ່ງຫາວິທີຕົວະຍົວະປະຊາຊົນຜູ້ຮູ້ເທົ່າບໍ່ເຖິງການໃຫ້ມີຄວາມໃຝ່ຝັນຫາສິ່ງທີ່ບໍ່ເປັນຄວາມຈິງ ແລະ ກ້າວໄປສູ່ການກະທໍາທີ່ຂັດຕໍ່ລະບຽບກົດໝາຍ.

ສ່ວນໃນສາສະໜາພຸດ ກໍປາກົດວ່າມີພະສົງ, ພຸດທະສາຊະນິກະຊົນຈໍານວນໜຶ່ງທັງຢູ່ໃນຕົວເມືອງ ແລະ ທ້ອງຖິ່ນຕ່າງໆ ມີການເຄື່ອນໄຫວແຜ່ປັດໄຈຊະຊາຍຢູ່ຕາມຕະຫລາດ, ຖະໜົນຫົນທາງດ້ວຍວິທີແຈກຊອງ, ເອົາຄ້ອງ, ກອງ, ພະພຸດທະຮູບຕ່າງໆໃສ່ລົດ ແລະ ອື່ນໆ ໂຄສະນາຊວນເຊື່ອເພື່ອສວຍໂອກາດແຜ່ປັດໄຈໂດຍບໍ່ຖືກຕ້ອງ, ມີພະສົງບາງອົງເຄື່ອນໄຫວບໍ່ສອດຄ່ອງກັບຫລັກທໍາມະວິໄນ, ຫາຜົນປະໂຫຍດໃສ່ຕົນເອງ ແລະ ມີການປະພຶດບໍ່ເໝາະສົມກັບສະມະນະເພດ ແລະ ນອກນີ້ຍັງມີປາກົດການເຊື່ອຖືງົມງວາຍຕ່າງໆ.

ແຫລ່ງຂ່າວ: ໜັງສືພິມລາວພັດທະນາ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...