Homeຂ່າວຕ່າງປະເທດນ້ຳຖ້ວມເມືອງປູຊານ ປະເທດເກົາຫຼີໃຕ້ ເສຍຊີວິດແລ້ວ 5 ຄົນ

ນ້ຳຖ້ວມເມືອງປູຊານ ປະເທດເກົາຫຼີໃຕ້ ເສຍຊີວິດແລ້ວ 5 ຄົນ

Published on

 

ນ້ຳຖ້ວມເມືອງປູຊານ ປະເທດເກົາຫຼີໃຕ້ ບ້ານເຮືອນ – ລົດໃຫຍ່ເສຍຫາຍໜັກ ມີຜູ້ເສຍຊີວິດແລ້ວ 5 ຄົນ.

 

ໃນມື້ວັນຈັນທີ 25 ສິງຫາ 2014 ທີ່ຜ່ານມາ ສຳນັກຂ່າວທາງການຂອງເກົາຫຼີໃຕ້ ລາຍງານວ່າ ເກີດເຫດນ້ຳຖ້ວມຄັ້ງໃຫຍ່

ທາງພາກຕາເວັນອອກສ່ຽງໃຕ້ຂອງປະເທດ ຫຼັງຈາກຝົນຕົກໜັກລົງມາຢ່າງຕໍ່ເນື່ອງ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ

5 ຄົນ ແລະ ສູນຫາຍອີກຢ່າງໜ້ອຍ 4 ຄົນ.

 

ລາຍງານຍັງໄດ້ລະບຸວ່າ ພື້ນທີ່ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ໄດ້ແກ່ເມືອງປູຊານ ແລະ ພື້ນທີ່ໃກ້ຄຽງໃນແຂວງຄະຍອງຊັງ

ໃຕ້ ໂດຍຫຼັງຈາກທີ່ຝົນຕົກລົງມາຢ່າງໜັກ ຈົນທຳລາຍສະຖິຕິທີ່ 130 ມີລີແມັດຕໍ່ຊົ່ວໂມງ ເມື່ອວັນທີ 25 ສິງຫາຜ່ານມາ

ເຮັດໃຫ້ພື້ນທີ່ດ່ັງກ່າວ ກໍໄດ້ປະເຊີນກັບນ້ຳຖ້ວມຄັ້ງຮຸນແຮງທີ່ສຸດ ສ້າງຄວາມເສຍຫາຍໃຫ້ກັບບ້ານເຮືອນ, ລົດຍົນ ແລະ

ສິ່ງກໍ່ສ້າງຕ່າງໆ ອີກທັງຍັງມີດິນຖະຫຼົ່ມໃນບາງພື້ນທີ່ອີກດ້ວຍ.

 

x1-

x-3_11

x-4_9

x-5_6

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...