Homeຂ່າວການພັດທະນາລັດຖະບານເນັ້ນປັບປຸງພື້ນຖານໂຄງລ່າງ ເພື່ອສົ່ງເສີມການຜະລິດເປັນສິນຄ້າ

ລັດຖະບານເນັ້ນປັບປຸງພື້ນຖານໂຄງລ່າງ ເພື່ອສົ່ງເສີມການຜະລິດເປັນສິນຄ້າ

Published on

ທ່ານ ສຸພັນ ແກ້ວ​ມີ​ໄຊ ລັດ​ຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ ໄດ້​ລາຍ​ງານ​ຕໍ່​ກອງປະຊຸມ​ສະໄໝ​ສາມັນເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 8 ວ່າ: ລັດຖະບານໄດ້​ສຸມ​ທຶນຮອນ​ໃສ່​ ການ​ປັບປຸງກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ແລະ ສິ່ງອຳນວຍ​ຄວາມ​ສະດວກ​ ຢູ່​ເຂດ​ຊົນນະ​ບົດ​ຫ່າງ​ໄກ​ສອກຫລີກ ເປັນຕົ້ນ ເສັ້ນທາງ,ໄຟຟ້າ, ຊົນລະປະທານ ຂະໜາດ​ນ້ອຍ, ໂຮງຮຽນ, ສຸກ​ສາລາ​ຕ່າງໆ ໂດຍ​ສະເພາະ​ໃນ 64 ຈຸດ​ສຸມ ທີ່​ລັດຖະບານ​ກຳນົດ ​ເພື່ອສ້າງເງື່ອນໄຂ​ສະດວກ​ ໃນ​ການສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ ເຮັດ​ໃຫ້​ມີ​ລາຍ​ຮັບ​ສູງ​ຂຶ້ນ.

​ມູນ​ຄ່າ​ການ​ລົງທຶນທັງ​ໝົດ 1.868 ຕື້​ກີບ ໃນ​ນັ້ນທຶນ​ຈາກງົບປະມານ​ຂອງ​ລັດ ຈຳນວນ 191,23 ຕື້​ກີບ ທຶນ​ຊ່ວຍເຫລືອ​ລ້າ 551,25 ຕື້​ກີບ ທຶນ​ສິນ​ເຊື່ອ​ນະໂຍ​ບາຍ 1.083,59 ຕື້​ກີບ ແລະ ກອງ​ທຶນ​ພັດທະນາ​ບ້ານ 41,93 ຕື້​ກີບ ສາມາດ​ປະຕິບັດ​ສຳເລັດ 3 ຈຸດ​ສຸມ, ສ່ວນ​ທີ່​ເຫລືອ​ຍັງ​ສືບຕໍ່​ຈັດຕັ້ງ​ປະຕິບັດ ເຊິ່ງ​ຈາກ​ການ​ພັດ​ທະນາ​ພື້ນຖານ​ໂຄງ​ລ່າງ. ​ນອກ​ຈາກນັ້ນ, ​ຍັງ​ສົ່ງ​ເສີມຂະບວນ​ການ​ ສ້າງ​ບ້ານ​ພັດທະນາ ແລະ ການ​ສ້າງ​ບ້ານ​ໃຫຍ່ ​ໃຫ້ກາຍເປັນ​ຕົວ​ເມືອງ​ນ້ອຍ​ ໃນ​ຊົນນະ​ບົດ ທັງ​ໝົດ​ເຫລົ່າ​ນີ້ ​ໄດ້​ປະກອບສ່ວນ​ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ ຂອງ​ປະຊາຊົນ​ສ່ວນ​ໃຫຍ່ ​ນັບ​ມື້​ດີຂຶ້ນ ເຮັດ​ໃຫ້​ຈຳນວນ​ຄອບຄົວ​ ທຸກຍາກ​ຫລຸດ​ລົງ​ຈາກ 6,5% ໃນ​ປີ 2015 ຍັງ​ເຫລືອ6,3% ໃນ​ປີ 2016.

ວຽກ​ງານ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ ເປັນ​ວຽກ​ງານ​ທີ່​ພັກ, ລັດ​ຖະບານ ຕະຫລອດ​ຮອດ​ອົງການ​ຈັດຕັ້ງ​ທີ່​ກ່ຽວຂ້ອງ ​ໄດ້​ຖື​ເປັນ​ບູລິມະສິດ ເພື່ອ​ພ້ອມ​ກັນ​ນຳພາ​ປະເທດຊາດ​ ຫລຸດ​ພົ້ນ​ອອກ​ຈາກ ​ສະຖານະ​ພາບ​​ດ້ອຍ​ພັດທະ​ນາ​ໃນ​ປີ 2020.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...