Homeຂ່າວພາຍ​ໃນເທັກນິກການແຕ່ງຕົວຂອງຜູ່ຊາຍຂາໃຫຍ່ໃຫ້ອອກມາເບິ່ງດີເບິ່ງງາມ

ເທັກນິກການແຕ່ງຕົວຂອງຜູ່ຊາຍຂາໃຫຍ່ໃຫ້ອອກມາເບິ່ງດີເບິ່ງງາມ

Published on

ໃນຄໍລຳແຟຊັ່ນກັບລາວໂພສຕ໌ ມື້ນີ້ແອັດມິນຈະມາເອົາໃຈຜູ່ຊາຍຂາໃຫຍ່ ກັບການນຳເອົາເທັກນິກດີໆໃນການແຕ່ງຕົວມາຝາກ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປພ້ອມໆກັນເລີຍ

  1. ໃຫ້ເລືອກໂສ້ງຢືນທີ່ໃສ່ສະບາຍໄວ້ກ່ອນ ຄວນຫຼີກລ່ຽງການໃສ່ໂສ້ງຂາເດບ ຫຼື ໂສ້ງຂາແບບຊົງສກີນໄປເລີຍ ເພາະນອກຈາກຈະໃສ່ຍາກແລ້ວຍັງເນັ້ນໃຫ້ເຫັນຂາສ່ວນທີ່ໃຫຍ່ຕື່ມອີກ

 

2. ເລືອກໂສ້ງຢືນຊົງເທເປີ ຄືໂສ້ງຢືນທີ່ມີບໍລິເວນກວ້າງບໍລິເວນກົກຂາ ແລະ ກົ້ນ ຈະເຮັດໃຫ້ບໍ່ຫັດທາງເທິງ ບໍ່ຄັບຫຼາຍ ແຕ່ຈະເຂົ້າຮູບຊົງໃນຊ່ວງຫົວເຂົ່າລົງມາ ເຮັດໃຫ້ເບິ່ງຄືຂານ້ອຍລົງ ເໝາະກັບຄົນທີ່ຂາໃຫຍ່ ສະໂພກໃຫຍ່

3. ໃສ່ໂສ້ງຢືນຂາຊື່ ຫຼື ຂາກະບອກ ເປັນໂສ້ງແບບຄລາສສິກບໍ່ຫັດແໜ້ນຫຼາຍ ເໝາະສຳລັບຜູ້ຊາຍທີ່ມີກົ້ນໃຫຍ່ ແລະ ຂາໃຫຍ່ ດ້ວຍຮູບຊົງຂອງໂສ້ງຈະຊ່ວຍໃຫ້ເບິ່ງຄືຂາບໍ່ໃຫຍ່ຫຼາຍ

4. ໃສ່ໂສ້ງວອມແບບເທ້ໆ ຊ່ວງນີ້ເທຣນສປອສແມນກຳລັງມາແຮງຫາກທ່ານເປັນຄົນຂາໃຫຍ່ແລ້ວບໍ່ມັກນຸ່ງໂສ້ງຢືນໃຫ້ອຶດອັດທ່ານກໍ່ສາມາດນຸ່ງໂສ້ງປະເພດນີ້ໄດ້ ເພາະມັນກໍ່ຊ່ວຍເຮັດໃຫ້ເບິ່ງຄືຂາບໍ່ໃຫຍ່ຫຼາຍໄດ້ຄືກັນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...