Homeຂ່າວຕ່າງປະເທດເຫລັກສຽບເຂົ້າເອິກ ປະຕິຫານລອດຕາຍແບບວຸດວິດ

ເຫລັກສຽບເຂົ້າເອິກ ປະຕິຫານລອດຕາຍແບບວຸດວິດ

Published on

ເວັບໄຊຂ່າວຈີນ ຊິນລາງເຈີຈຽງ ລາຍງານຈາກເມືອງ ເວິນຫຼິງ ປະເທດຈີນ ເມື່ອວັນທີ 24 ສິງຫາ “ສ່ຽວ ອູ໋” ອາຍຸຸ 26 ປີ ໄດ້ຂັບລົດຈັກມາດ້ວຍໄວສູງໂດຍມີເພື່ອນອີກຄົນຊ້ອນທ້າຍມານຳ ລົດຂອງລາວໄດ້ເສຍຫຼັກໄປຕຳເອົາກັບເຫຼັກທີ່ກັ້ນບໍລິເວນກາງຖະໜົນແຫ່ງໜຶ່ງໃນເມືອງເວິ່ນຫລິງ ມົນທົນເຈີ້ຈຽງຂອງປະເທດຈີນ ດ້ວຍຄວາມຮຸນແຮງໃນຂະນະທີ່ປະທະກັບຮົ້ວເຮັດໃຫ້ທັງສອງຄົນເດັນອອກຈາກລົດ ຮົ້ວເຫຼັກໄດ້ຫັກອອກ ແລະ ສຽບທະລຸຮ່າງຂອງສຽວອູ໋ທັນທີ ມີພົນລະເມືອງດີມາພົບເຫັນ ແລະ ໄດ້ໂທແຈ້ງໜ່ວຍກູ້ໄພ ລາວໄດ້ຖືກນຳສົ່ງໄປທີ່ໂຮງໝໍໄທ່ໂຈວ ເພື່ອຮັບການຜ່າຕັດດ່ວນ ແພດເປີດເຜີຍວ່າ ເຫຼັກທີ່ມີຄວາມກວ້າງກວ່າ 4 ນິ້ວ ຖືກຖອດອອກຈາກຮ່າງຂອງສຽວອູ໋ໂດຍໜ່ວຍກູ້ໄພ ແລະ ຕຳແໜ່ງທີ່ຖືກເຫຼັກສຽບນັ້ນຫ່າງຈາກຫົວໃຈພຽງແຕ່ 0.4 ນິ້ວເທົ່ານັ້ນ ຈິ່ງຖືວ່າໂຊກດີ ແຕ່ຢ່າງໃດກໍ່ຕາມປອດ ແລະ ກະດູກຂ້າງໄດ້ຮັບຄວາມເສຍຫາຍ ແພດຕ້ອງໃຊ້ເວລາກວ່າ 3 ຊົ່ວໂມງໃນການຜ່າຕັດຊ່ວຍຊີວິດ ແລະ ໃນຂະນະນິີ້ ລາວກຳລັງນອນພັກຟື້ນຢູ່ໂຮງໝໍໃນອາການຍັງຄົງທີ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...