Homeຂ່າວຕ່າງປະເທດຫວຽດນາມປົດລັດຖະມົນຕີກະຊວງການຄ້າອອກຈາກຕຳແໜ່ງຫຼັງພົບການທຸຈະລິດ

ຫວຽດນາມປົດລັດຖະມົນຕີກະຊວງການຄ້າອອກຈາກຕຳແໜ່ງຫຼັງພົບການທຸຈະລິດ

Published on

ສຳນັກຂ່າວເອພີລາຍງານຈາກນະຄອນຫຼວງ ຮາໂນ່ຍ ປະເທດຫວຽດນາມ ເມື່ອວັນທີ 16 ສິງຫາ ວ່າທ່ານ ນາຍົກລັດຖະມົນຕີ ຫງຽນ ຊານ ຟຸກ ຂອງຫວຽດນາມ ລົງນາມໃນຄຳສັ່ງເມື່ອວັນພຸດທີ່ຜ່ານມາປົດນາງ ໂຮ ທິ ຄິມ ໂຖ ລັ ດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ອອກຈາກຕຳແໜ່ງ ເຊິ່ງໃນຖະແຫຼງການບໍ່ໄດ້ໃຫ້ລາຍລະອຽດເພີ່ມ ເຕີມ

ຄະນະກຳມະການກວດສອບວິໄນພັກຄອມມູນິດຫວຽດນາມ ເຜີຍເມື່ອເດືອນທີ່ຜ່ານມາວ່າ ນາງ ໂຖ ມີຄວາມຜິດໃນການຊື້ ແລະ ໂອນຫຸ້ນຂອງບໍລິສັດມະຫາຊົນຈຳກັດ ດຽນ ກວງ ລຳ ຂະນະທີ່ນນາງດຳລົງຕຳແໜ່ງປະທານຄະນະກຳມະການຂອງບໍລິສັດ

ລັດຖະບານຫວຽດນາມໄດ້ເພີ່ມຄວາມເຂັ້ມງວດໃນການປາບປາມການສໍ້ໂກງ ໃນໄລຍະຫຼາຍປີທີ່ຜ່ານມາ ໂດຍສານຕັດສິນລົງໂທດປະຫານຊີວິດເຈົ້າໜ້າທີ່ລະດັບສູງຫຼາຍຄົນ

ຮູບປະກອບຂ່າວ – AFP
ແຫລ່ງຂ່າວ: www.dailynews.co.th

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...