HomeBaby-ແມ່ແລະເດັກ3 ເຄັດລັບງ່າຍໆທີ່ຈະຊ່ວຍໃຫ້ລູກນ້ອຍຂອງທ່ານມີຜິວງາມ

3 ເຄັດລັບງ່າຍໆທີ່ຈະຊ່ວຍໃຫ້ລູກນ້ອຍຂອງທ່ານມີຜິວງາມ

Published on

ຖ້າຫາກທ່ານໃດຢາກໃຫ້ລູກຂອງຕົນເອງມີຜິວງາມຕັ້ງແຕ່ນ້ອຍ ຜູ່ເປັນພໍ່ແມ່ກໍ່ສາມາດຊ່ວຍໄດ້ ດ້ວຍການດູແລຜິວພັນລູກຂອງທ່ານ ໃນຄໍລຳ ແມ່ ແລະ ລູກ ມື້ນີ້ແອັດມິນມີ 3 ເຄັດລັບງ່າຍໆມາຝາກ ເຊິ່ງຈະເຮັດແນວໃດນັ້ນເຮົາມາຮູ້ຈັກໄປພ້ອມໆກັນເລີຍ

  1. ຂັດຜິວຈາກທຳມະຊາດ ນຳເບບີ້ອອຍ ແລະ ນົມສົດປະສົມເຂົ້າກັນຈາກນັ້ນກໍ່ນຳມາທາໃສ່ຜິວລູກລູບຜິວເບົາໆຄ່ອຍໆ ວິທີນີ້ຈະຊ່ວຍຂັດສິ່ງສົກກະປົກອອກຈາກຜິວຂອງລູກໄດ້ ແລະ ຍັງເຮັດໃຫ້ຜິວລູກນຽນໃສຂຶ້ນອີກດ້ວຍ

2. ນວດຜິວລູກດ້ວຍນ້ຳມັກໝາກກອກ ຫຼື ເບບີ້ອອຍກໍ່ໄດ້ ໃຊ້ນ້ຳມັນໝາກກອກ ຫຼື ເບບີ້ອອຍນວດຜິວລູກເບົາໆ ວິທີນີ້ຈະຊ່ວຍໃຫ້ຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ຜິວລູກ

3. ໃຫ້ລູກດື່ມນ້ຳຫມາກໄມ້ ເດັກນ້ອຍ 3 ເດືອນຂຶ້ນໄປເທົ່ານັ້ນ ຈິ່ງສາມາດດື່ມນ້ຳໝາກໄມ້ໄດ້ ເຊິ່ງນ້ຳໝາກໄມ້ທີ່ເໝາະສົມມີ ນ້ຳອາງຸ່ນ, ນ້ຳສົ້ມ ແລະ ນ້ຳແອັບເປິນ ເພາະນ້ຳໝາກໄມ້ຈຳພວກນີ້ລ້ວນແຕ່ມີວິຕາມິນແຮ່ທາດທີ່ຊ່ວງບຳລຸງອະໄວຍະວະພາຍໃນຕ່າງໆ ແລະ ສົ່ງຜົນໃຫ້ຜິວລູກມີສຸຂະພາບດີອີກດ້ວຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...