spot_img
Homeຂ່າວນໍ້າຖ້ວມທາງການແຂວງອຸດົມໄຊເລັ່ງສໍາຫລວດຜົນເສຍຫາຍຈາກໄພນໍ້າຖ້ວມ

ທາງການແຂວງອຸດົມໄຊເລັ່ງສໍາຫລວດຜົນເສຍຫາຍຈາກໄພນໍ້າຖ້ວມ

Published on

ແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ປັດຈຸບັນ, ພາກສ່ວນກ່ຽວຂ້ອງຕ່າງໆຂອງແຂວງໄດ້ລົງເກັບກໍາຂໍ້ມູນຄວາມເສຍຫາຍຈາກໄພທໍາມະຊາດທີ່​ເກີດ​ຂຶ້ນ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ​ນີ້, ຊຶ່ງຕາມການເກັບກໍາຂໍ້ມູນລ້າສຸດຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງໃນວັນທີ 7 ສິງຫານີ້ໃຫ້ຮູ້ວ່າ: ໄພນໍ້າຖ້ວມຄັ້ງນີ້ໄດ້ສົ່ງກະທົບເສຍຫາຍຕໍ່ຊີວິດ ແລະ ຊັບສີນ​ເປັນ​ຈໍານວນ​ບໍ່​ໜ້ອຍ​ຄື: ຢູ່ບ້ານນາໝີ ມີເຮືອນປະຊາຊົນ 13 ຫລັງຖືກເປ່ເພ ແລະ ມີເຂົ້າເປືອກເສຍຫາຍຫລາຍກວ່າ 7 ໂຕນ, ພ້ອມມີເນື້ອທີ່ນາເສຍຫາຍຫລາຍກວ່າ 1 ເຮັດຕາ, ບ້ານຖ້ຽວ ມີປະຊາຊົນເກືອບ 120 ຄອບຄົວ, ມີພົນລະເມືອງ 580 ກວ່າຄົນໄດ້ຮັບຜົນກະທົບ, ພ້ອມເນື້ອທີ່ນາຫລາຍກວ່າ 12 ເຮັກຕາເສຍຫາຍ, ບ້ານຫ້ວຍຂຸນມີເກືອບ 50 ຄອບຄົວ, ພົນລະເມືອງ 200 ກວ່າຄົນໄດ້ຮັບຜົນກະທົບ, ມີເຮືອນ 8 ຫລັງຖືກນໍ້າພັດໄຫລໄປ ແລະ ຫລາຍກວ່າ 20 ຫລັງໄດ້ຮັບການເປ່ເພ, ພ້ອມມີເນື້ອທີ່ນາຫລາຍກວ່າ 1 ເຮັກຕາເສຍຫາຍ, ຢູ່ບ້ານຖິ່ນມີເຮືອນ 15 ຫລັງຖືກເປ່ເພ ແລະ ມີປະຊາຊົນ 80 ກວ່າຄົນໄດ້ຮັບຜົນກະທົບ, ສ່ວນຢູ່ບ້ານກອນແກ່ນມີເຮືອນປະຊາຊົນ 50 ກວ່າຫລັງໄດ້ຖືກເປ່ເພ, ປະຊາຊົນຫລາຍກວ່າ 230 ຄົນໄດ້ຮັບຜົນກະທົບ ແລະ ມີຜູ້ເສຍຊີວິດ 1 ຄົນ, ພ້ອມມີເນື້ອທີ່ການຜະລິດເສຍຫາຍຫລາຍກວ່າ 20 ເຮັດຕາ, ນອກຈາກນີ້ຍັງມີບ້ານວັງໄຮແມ່ນມີ 7 ຫລັງຄາເຮືອນ, ພົນລະເມືອງ 40 ກວ່າຄົນ, ບ້ານລ້ອງກໍມີ 1 ຫລັງຄາເຮືອນ ແລະ ບ້ານນາຫວານນ້ອຍມີ 33 ຫລັງຄາເຮືອນຖືກເປ່ເພ ແລະ ມີປະຊາຊົນຫລາຍກວ່າ 200 ຄົນໄດ້ຮັບຜົນກະທົບ ແລະ ລວມຜົນເສຍຫາຍທັງໝົດ​ໃນເບື້ອງຕົ້ນຕົກຢູ່ປະມານ 3,5 ຕື້ກີບ. ນອກຈາກນີ້ຍັງມີເສົາໄຟຟ້າເສຍຫາຍຫລາຍສີບຕົ້ນ, ລະບົບຊົນລະປະທານ, ຄອງເມືອງ ແລະ ເສັ້ນທາງຫລາຍຈຸດຖືກຕັດຂາດ ເຮັດໃຫ້ບໍ່ສາມາດສັນຈອນໄປມາໄດ້, ເຊິ່ງພາກສ່ວນກ່ຽວຂ້ອງຂອງແຂວງ ໄດ້ລະດົມກໍາລັງ ປກສ-ປກຊ ເຂົ້າຊ່ວຍເຫລືອປະຊາຊົນຜູ້ໄດ້ຮັບຜົນກະທົບ, ພ້ອມທັງເລັ່ງສ້ອມແປງສຸກເສີນວຽກງານພື້ນຖານໂຄງລ່າງຈຸດທີ່ເສຍຫາຍເປ່ເພ ເພື່ອໃຫ້ສາມາດກັບຄືນສູ່ສະພາບປົກກະຕິໂດຍໄວ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...