ພະ​ຍາ​ກອນ​ອາ​ກາດ ປະ​ຈຳ​ວັນ​ທີ 09 ສິງ​ຫາ 2017

ຄວາມກົດດັນອາກາດຕໍ່າມີກຳລັງອ່ອນ ຫາ ປານກາງ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງລັກສະນະເຊັ່ນນີ້, ຍັງຈະເຮັດໃຫ້ ອາກາດຮ້ອນ ແລະ ຍັງມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ