Homeມຸມຂ່າວ AECກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ໄຂຂຶ້ນທີ່ບາງກອກ

ກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ໄຂຂຶ້ນທີ່ບາງກອກ

Published on

ກອງ​ປະ​ຊຸມ​ສຸດຍອດ ແລະ ວາງ​ສະ​ແດງ​ສິນ​ຄ້າ ອາ​ຊຽນ–ອິນ​ເດຍ​ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 3 ສິງ​ຫາ 2017 ນີ້​ ທີ່​ນະ​ຄອນ​ຫລວງບາງກອກ ປະ​ເທດໄທ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ປະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ ຣາ​ຊະ​ອາ​ນາ​ຈັກ​ໄທ, ມີບັນ​ດາ​​ລັດ​ຖະ​ມົນ​ຕີ, ຮອງ​ລັດ​ຖະ​ມົນ​ຕີ, ຜູ້​ປະ​ກອບ​ການ​ຈາກ ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ອິນ​ເດຍ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ປະ​ເທດ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ ປະ​ມານ 500 ຄົນ ຂະ​ນະ​ທີ່ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ​ຖະ​ມົນ​ຕີ ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ ສ​ປ​ປ ລາວ ​ເຂົ້າ​ຮ່ວມ​ເຊັ່ນ​ກັນ.

ກອງ​ປະ​ຊຸມ​ສຸດຍອດ ແລະ ວາງ​ສະ​ແດງ​ສິນ​ຄ້າ ອາ​ຊຽນ–ອິນ​ເດຍ​ ຄັ້ງ​ນີ້​ ມີ​ຜູ້​ປະ​ກອບ​ການ​ທຸ​ລະ​ກິດ​ ຈາກ​ປະ​ເທດ​ຕ່າງໆ​ ເຂົ້າ​ຮ່ວມປະ​ມານ 193 ຮ້ານ ໃນ​ນັ້ນ, ​ອາ​ຊຽນ 65 ຮ້ານ (ລາວ​ 10 ຮ້ານ) ແລະ ອິນ​ເດຍ 48 ຮ້ານ ເຊິ່ງ​ສິນ​ຄ້າ​ສ່ວນ​ໃຫຍ່ ​ທີ່ນຳ​ເອົາ​ວາງ​ສະ​ແດງ​ປະ​ກອບ​ມີ​ຄື: ເຄື່ອງ​ກົນ​ຈັກ​ກະ​ສິ​ກຳ, ອາ​ຫານ, ວັດ​ສະ​ດຸ​ກໍ່​ສ້າງ, ​ເຄື່ອງ ຫັດ​ຖະ​​ກຳ, ຜະ​ລິດ​ຕະ​ພັນ​ອາ​ຫານ ​ເພື່ອ​ສຸ​ຂະ​ພາບ, ​ອັນ​ຍະ​ມະ​ນີ, ຜ້າ​ໄໝ ແລະ ອື່ນໆ ສ່ວນ​ນັກ​ທຸ​ລະ​ກິດ​ຈາກ ສ​ປ​ປ ລາວແມ່ນ​​ໄດ້ນຳ​ເອົາ​ຜ້າ​ໄໝ, ເຄື່ອງ​ຫັດ​ຖະ​ກຳ​ໄມ້​ ແກະ​ສະ​ລັກ ​ແລະ ເຄື່ອງ​ອັນ​ຍະ​ມະ​ນີ.

ທ່ານ ປະ​ຍຸດ ຈັນ​ໂອ​ຊາ​ ກ່າວ​ຕໍ່ທີ່​ປະຊຸມວ່າ: ຕົນ​ເອງ​ມີ​ຄວາມ​ສຶກ​ຮູ້​ດີ​ໃຈ ແລະ ເປັນ​ກຽດ​ຢ່າງ​ຍິ່ງ​ໃນ​ງານ​ຄັ້ງ​ນີ້ ເພາະ​ເປັນ​ການຄົບ​ຮອບ 25 ປີ​ຂອງ​ການ​ສ້າງ​ຕັ້​ງ​ສາຍ​ພົວ​ພັນ​ ອາ​ຊຽ​ນ–ອິນ​ເດຍ ແລະ ຄົບ​ຮອບ 50 ປີ ຂອງວັນ​ສ້າງ​ຕັ້ງ​ອາ​ຊຽນ. ສະ​ນັ້ນ​, ມັນ​ເປັນ​ໂອ​ກາດ​ທີ່​ສຳ​ຄັນ​ ຢ່າງ​ຍິ່ງ​ສຳ​ລັບ​ຜູ້​ນຳ​, ນັກ​ທຸ​ລະ​ກິດ ແລະ ຫົວ​ໜ່ວຍ​ຜູ້​ປະ​ກອບ​ການ​ຈາກ​ອາ​ຊຽນ, ອິນ​ເດຍ ແລະ ບັນ​ດາ​ປະ​ເທດ​ຕ່າງໆ ໄດ້​ພົບ​ປະ​ແລກ​ປ່ຽນ ​ຄວາມ​ຄິດ​ຄວາມ​ເຫັນ ແລະ ເປີດ​ວິ​​ໄສ​ທັດ ​ທີ່​ໜ້າ​ສົນ​ໃຈນຳ​ກັນ ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ ດ້ານ​ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ອື່ນໆ ເຊິ່ງ​ທັງ​ໝົດ​ນັ້ນ​ ຈະ​ນຳ​ໄປ​ສູ່​ການ​ຍົກ​ລະ​ດັບ​ ການ​ພັດ​ທະ​ນາ ​ເສດ​ຖະ​ກິດ–ສັງ​ຄົມ, ການ​ເຊື່ອມ​ໂຍງ, ການ​ເຕີບ​ໂຕ​ ​ແລະ ການ​ພັດ​ທະ​ນາ​ ຊັບ​ພະ​ຍາ​ກອ​ນ​ມະ​ນຸດ​ ທີ່​ມີ​ຄຸນ​ນະ​ພາບ ໃນ​ຂະ​ແໜງ​ການ​ອື່ນໆ. ອາ​ຊຽນ ແລະ ອິນ​ເດຍ​ ຍັງໄດ້​​ເປັນ​ພາກ​ສ່ວນໜຶ່ງ​ທີ່​ສຳ​ຄັນ ​ຕໍ່​ການ​ຊຸກ​ຍູ້​ການເຕີບ​ໂຕ ​ເສດ​ຖະ​ກິດ​ຂອງ​ໂລກ.

ອີງ​ຕາມ​ການ​ຂໍ້​ມູນ ​ຂອງ​ສອງ​ຝ່າ​ຍ​​ໃຫ້​ຮູ້ວ່າ: ກ່ອນໜ້ານີ້​ການ​ຮ່ວມ​ມື​ ດ້ານ​ການ​ຄ້າ​ອິນ​ເດຍ​ ກັບ ​ອາ​ຊຽນ​ ​ໃນ ລະ​ຫວ່າງ​ປີ 2007-2008 ມີ​ພຽງ​ແຕ່30 ຕື້ກວ່າ​ໂດ​ລາ​ສະ​ຫະ​ລັດ ແຕ່​ມາ​ເຖິງ​ປັດຈຸບັນ​ ໄດ້ເພີ່ມ​ຂຶ້ນ​ເປັນ 71 ຕື້ກວ່າ​ໂດ​ລາ​ສະ​ຫະ​ລັດ.  ອາ​ຊຽນ​ເປັນ​ຄູ່​ຮ່ວມ​ ດ້ານ​ການ​ຄ້າ​ໃຫຍ່​ອັນ​ທີ 4 ຂອງ​ອິນ​ເດຍແລະ ອິນ​ເດຍເປັນ​ຄູ່​ຮ່ວມ​ດ້ານ​ການ​ຄ້າ​​ໃຫຍ່​ ອັນ​ດັບ​ທີ 7 ຂອງ​ອາ​ຊຽນ.

ຂຽນຂ່າວໂດຍ: ເກີດ​ຂວັນ​ໃຈ ມາ​ລີ​ຈັນ​ສີ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...