ບໍລິເວນຄວາມກົດດັນອາກາດຕໍ່າມີກໍາລັງປານກາງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ຍັງສືບຕໍ່ພັດປົກຄຸມພາກກາງ ແລະ ພາກໃຕ້ຕື່ມອີກ. ຊຶ່ງລັກສະນະເຊັ່ນນີ້, ຈະເຮັດໃຫ້ຍັງອາກາດ ແລະ ຍັງຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖີ່ນແຂວງ ພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

