spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຊາຍຊາວຈີນຂັບລົດຕໍາແລ້ວຫນີ ແລະ ລົງມືທຳຮ້າຍເຈົ້າຫນ້າທີ່ລາວໄດ້ຮັບບາດເຈັບ

ຊາຍຊາວຈີນຂັບລົດຕໍາແລ້ວຫນີ ແລະ ລົງມືທຳຮ້າຍເຈົ້າຫນ້າທີ່ລາວໄດ້ຮັບບາດເຈັບ

Published on

ຊາຍຄົນຈີນທີ່ນຸ່ງເຄື່ອງຊຸດສີຂ່າວຂັບລົດໃຫຍ່ຕໍາລົດຈັກຊາວລາວແລ້ວຫນີ ແຕ່ເຈົ້າຫນ້າທີ່ຕໍາຫລວດນໍາທັນເພື່ອມາຮັບຊາບສິ່ງທີ່ເກີດຂຶ້ນ ສຸດທ້າຍຊາຍຊາວຈີນຄົນນີ້ໄດ້ຂັດຂືນ ແລະ ທຳຮ້າຍຮ່າງກາຍເຈົ້າໜ້າທີ່ຕໍາຫລວດບາດໄດ້ຮັບບາດເຈັບ ຂະນະທີ່ຜູ້ເຫັນເຫດການກ່າວປະນາມຊາຍຊາວຈີນຄົນນີ້ຢ່າງກວ້າງຂວາງໂດຍສະແດງຄໍາຄິດຄໍາເຫັນວ່າຕົນເອງເຮັດຜິດແລ້ວບໍ່ຍອມຮັບຜິດ ແລະ ບໍ່ເຄົາລົບກົດລະບຽບ-ກົດຫມາຍຂອງ ສປປ ລາວ ຍິ່ງກວ່ານັ້ນຍັງໃຊ້ທ່າ ທີອັດຕະພານຄ້າຍຄືມາເຟຍ. ສະນັ້ນຂໍໃຫ້ເຈົ້າຫນ້າທີ່ໃສ່ວິໄນໃຫ້ເຖິງທີ່ສຸດເພື່ອບໍ່ໃຫ້ເປັນແບບຢ່າງໃຫ້ຄົນອື່ນ ນອກ ຈາກນີ້ຍັງເປັນການຫລີກລ້ຽງຄໍາເວົ້າທີ່ວ່າປາໂຕດຽວເຫນົ່າຫມົດຂ້ອງເພາະຄົນປະເທດໃດກໍມີຜູ້ດີຜຄ້ບໍ່ດີປະປົນກັນ.
+ວັນພຸດ ວັນທີ02/08/2017 ເວລາ11:00ນາທີ
ໄດ້ຮັບແຈ້ງວ່າມີຄົນຈີນທຳຮ້າຍຮ່າງກາຍເຈົ້າໜ້າທີ່ ຢູ່ໃນຕະຫຼາດຊັງຈຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ

ໜ່ວຍກູ້ໄພມູນນິທິຈີນອອກກວດສອບຈຸດເກີດເຫດພົບຜູ້ບາດເຈັບ2ລາຍ ເປັນເພດຊາຍທັງ2ໃນນັ້ນມີຄົນຈີນຜູ້ໜື່ງ
ອາການເບື້ອງຕົ້ນແມ່ນ:
+ຄົນຈີນ:ຄິວຈີກແລະເລືອດອອກຫລາຍ ບໍ່ປະສົງໄປໂຮງໝໍ
+ເຈົ້າໜ້າທີ່:ມີອາການແໜ້າໜ້າເອີກແລະເຈັບບໍລິເວນແອວ
ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍມະໂຫສົດ
“ຈາກການສອບຖາມເຈົ້າໜ້າທີ່ວ່າ” ຄົນຈີນນັ້ນໄດ້ຂັບຂີ່ລົດໃຫຍ່ໄປຕຳລົດຈັກແລ້ວໜີດັ່ງນັ້ນເຈົ້າໜ້າທີ່ຈື່ງນຳມາໄກ່ເກ່ຍເກີດມີປາກສຽງກັນຈົນເຖີງຂັ້ນລົງໄມ້ລົດມືແລ້ວຄົນຈີນໄດ້ຍູ້ເຮັດໃຫ້ເຈົ້າໜ້າທີ່ຕົງບັນໃດ2ຊັ້ນ

 

ແຫລ່ງຂ່າວ: ອຸ້ຍອ້າຍ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...