spot_img
Homeວິທະຍາສາດ-ວິທະຍາການFacebook ຕັດສິນໃຈປິດລະບົບ AI ທີ່ສູນວິໄຈຫຼັງຈາກພົບວ່າມັນເລີ່ມພັດທະນາຕົວມັນເອງໄດ້

Facebook ຕັດສິນໃຈປິດລະບົບ AI ທີ່ສູນວິໄຈຫຼັງຈາກພົບວ່າມັນເລີ່ມພັດທະນາຕົວມັນເອງໄດ້

Published on

ມີລາຍງານຈາກ ເຟສບູກ ໄດ້ຕັດສິນໃຈປິດລະບົບ AI ໃນສູນວິໄຈ Facebook Artificial Intelligence Research (FAIR) ຫຼັງຈາກພົບວ່າມັນເລີ່ມພັດທະນາພາສາຕົວມັນເອງມາສື່ສານກັນແທນພາສາອັງກິດ

ເຫດການດັ່ງກ່າວເກີດຂຶ້ນກັບ AI “Bob” ແລະ “Alice” ເຊິ່ງ FAIR ນຳມາໃຊ້ທົດສອບ ແລະ ຝຶກຝົນ “ທັກສະການເຈລະຈາຕໍ່ລອງ” ໂດຍສ້າງສະຖານະການຈຳລອງຂຶ້ນໃຫ້ມີຂອງ 3 ຢ່າງ (ໜັງສື ໝວກ ແລະ ໝາກບານ) ໂດຍ Bob ແລະ Alice ກໍ່ຈະໃຫ້ຄ່າສິ່ງຂອງແຕ່ລະຢ່າງບໍ່ເທົ່າກັນ AI ທັງສອງຕົວຈະຕ້ອງເຈລະຈາຕໍ່ລອງກັນເພື່ອໃຫ້ຕົວເອງໄດ້ຮັບສິ່ງຂອງທີ່ມີຄ່າຫຼາຍທີ່ສຸດ ເຊິ່ງຜົນທີ່ໄດ້ກໍ່ຢູ່ໃນເກນທີ່ໜ້າປະຫຼາດໃຈທັງຄູ່ບໍ່ຮູ້ວ່າຕົວເອງລົມຢູ່ກັບ AI ແຕ່ຫຼ້າສຸດກໍ່ເກີດເຫດການປະຫຼາດຂຶ້ນເມື່ອ Bob ແລະ Alice ເລີ່ມສື່ສານກັນດ້ວຍພາສາອັງກິດແບບແປກໆ ເຊິ່ງບໍ່ຖືກຕ້ອງຕາມຫຼັກໄວຍະກອນ ກາຍເປັນປະໂຫຍກທີ່ເບິ່ງຄືບໍມີຄວາມມາຍໃດທ ແຕ່ແທ້ຈິງແລ້ວປະໂຫຍກເຫຼົ່ານີ້ສາມາດຖອດລະຫັດອອກມາເປັນການສື່ສານທີ່ມີຄວາມໝາຍຄວາມເຂົ້າໃຈກັນລະຫວ່າງ Bob ແລະ Alice ເທົ່ານັ້ນ

ຕົວຢ່າງ Bob ເວົ້າຄື “i i can i i i everything else,”
Alice ຕອບວ່າ “Balls have zero to me to me to me to me to me to me to me to me to,”
ໃນຂະນະນີ້ທີມວິໄຈຂອງເຟສບຸກ ຍັງບໍ່ສາມາຖອດຄວາມໝາຍຂອງພາສາໄດ້ 100%

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...