spot_img
Homeຂ່າວພາຍ​ໃນຄະນະຜູ້ແທນສະຫະລັດຢ້ຽມຢາມພື້ນທີ່ເກັບກູ້ລະເບີດຢູ່ຫລວງພະບາງ

ຄະນະຜູ້ແທນສະຫະລັດຢ້ຽມຢາມພື້ນທີ່ເກັບກູ້ລະເບີດຢູ່ຫລວງພະບາງ

Published on

ວັນທີ 28 ກໍລະກົດ 2017, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຕ້ອນຮັບຄະນະສະມາຊິກພັກຂັ້ນສູງຂອງ ສະຫະລັດອາເມລິກາ, ທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ຄະນະຈາກກະຊວງທີ່ກ່ຽວ ຂ້ອງຂັ້ນສູນກາງຂອງ ສປປ ລາວ ທີ່ມາຢ້ຽມຢາມ “ສູນຢ້ຽມຢາມໂຄງການເກັບກູ້ລະເບີດ” ຢູ່ທີ່ ແຂວງ ຫຼວງພະບາງ.

ໃນໂອກາດນີ້, ຄະນະຜູ້ແທນທີ່ມາຢ້ຽມຢາມ ໄດ້ຮັບຟັງການລາຍງານຫຍໍ້ຈາກທ່ານ ຫຸມພັນ ຈັນທະວົງ, ຫົວໜ້າ ຫ້ອງການໂຄງການເກັບກູ້ ລະເບີດແຫ່ງຊາດ ປະຈໍາແຂວງ ຫຼວງພະບາງ ກ່ຽວກັບ ສະພາບບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ທີ່ແຂວງ ຫຼວງພະບາງ, ພ້ອມທັງຜົນສໍາເລັດຂອງວຽກງານຕ່າງໆ ນັບຕັ້ງແຕ່ຫ້ອງການໂຄງການ ເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ໄດ້ສ້າງຕັ້ງຂຶ້ນໃນປີ 1998 ຈົນເຖິງປະຈຸບັນ.

ພາຍຫຼັງຄະນະຜູ້ແທນໄດ້ທ່ຽວຊົມຫ້ອງວາງສະແດງລູກລະເບີດເປົ່າ ຢູ່ທີ່ ສູນຢ້ຽມຢາມໂຄງການເກັບກູ້ລະເບີດແລ້ວ ກໍ່ໄດ້ເດີນທາງໄປຍັງສະໜາມເກັບກູ້ລະເບີດ ທີ່ ບ້ານ ພິກໃຫຍ່, ເມືອງ ຫຼວງພະບາງ. ການຢ້ຽມຢາມສະໜາມ ແມ່ນໃຊ້ເວລາຢູ່ 40 ນາທີ ເພື່ອຮັບຟັງ ການລາຍງານຫຍໍ້ ກ່ຽວກັບ ຂະບວນການໃນການເຮັດວຽກຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ເຊິ່ງລາຍງານໂດຍນັກວິຊາການທໍາລາຍລະເບີດຂັ້ນສູງ ຂອງ ຄກລ ແຂວງ ຫຼວງພະບາງ. ຈາກນັ້ນ ຄະນະຜູ້ແທນ ກໍ່ໄດ້ເຂົ້າຊົມສະໜາມເກັບກູ້ ລະເບີດ ເພື່ອເບິ່ງລະເບີດ ທີ່ທີມງານເກັບກູ້ ສາມາດກວດພົບໄດ້ໃນມື້ນັ້ນ, ກ່ອນເດີນທາງກັບ ຕາງໜ້າຄະນະຜູ້ແທນ 1 ທ່ານ ໄດ້ທໍາລາຍລະເບີດລູກຫວ່ານ ຫຼື ລະເບີດ ບົ່ມບີ່ (ປະເພດ BLU 26), ຈໍານວນ 09 ໜ່ວຍ ຢູ່ທີ່ສະໜາມແຫ່ງນັ້ນ ອີກດ້ວຍ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈມາຍັງຄະນະ ຜູ້ແທນຈາກສະຫະລັດອາເມລິກາ ທີ່ໃຫ້ກຽດມາຢ້ຽມຢາມໃນຄັ້ງນີ້ ແລະ ຫວັງວ່າຈະໄດ້ຕ້ອນຮັບການມາຢ້ຽມຢາມອີກໃນຄັ້ງຕໍ່ໆໄປ.

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...