HomeBaby-ແມ່ແລະເດັກເດັກນ້ອຍຖືກນຳມາຖິ້ມພ້ອມເງິນຕິດຕົວ 1 ລ້ານກີບ

ເດັກນ້ອຍຖືກນຳມາຖິ້ມພ້ອມເງິນຕິດຕົວ 1 ລ້ານກີບ

Published on

ຕອນເຊົ້າວັນທີ 31 ກໍລະກົດ 2017 ເວລາປະມານ 05:00 ນາທີ ມີຄົນສັນຊາດຈີນໄດ້ນຳລູກມາຖິ້້ມໄວ້ວັດບ້ານ ພິບຸນທອງ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ໃນນັ້ນ ເດັກມີຜ້າຕຸ້ມຢ່າງດີ ມີເຄື່ອງນຸ່ງ ແລະ ເຄື່ອງໃຊ້ສຳຫຼັບເດັກ ພ້ອມເງິນສົດ 1 ລ້ານກີບ ເປັນເດັກເພດຊາຍ

ຈາກການບອກເລົ່າຈາກຜູ້ພົບເຫັນຜ່ານທາງເຟສ Horm Keomany ບອກວ່າ ຜ່ານມາເຄີຍແຕ່ອ່ານຂ່າວການປະຖິ້ມລູກຜ່ານທາງສື່ຕ່າງໆ ບໍ່ຄິດວ່າຈະມາພົບກັບຕົວເອງ ພໍຮູ້ວ່າແມ່ນເດັກຖືກຖິ້ມຈົນໂຕສັ່ນ ຕົກສະເຫງີ້ ຫຼັງຈາກຂ່າວໄດ້ແຜ່ກະຈາຍປະຊາຊົນທີ່ຢູ່ບໍລິເວນໃກ້ຄຽງກໍ່ແຫ່ກັນມາຊົມ ແລະ ມີຜູ້ໃຈບຸນໄດ້ອຸປະກາລະເດັກໄປລ້ຽງເປັນລູກບຸນທຳແລ້ວ.

ນັບວ່າຍັງເປັນສິ່ງທີ່ດີ ແລະ ບໍ່ດີນຳກັນໄປ ພໍ່ແມ່ອາດມີເຫດຈຳເປັນຈຶ່ງຕ້ອງໄດ້ປະຖິ້ມລູກ ຈຶ່ງໄດ້ນຳລູກປະຖິ້ມໄວ້ວັດກໍ່ເພື່ອໃຫ້ຄົນລາວທີ່ນັບຖືສາສະໜາພຸດໄດ້ເປັນຄົນເອົາໄປລ້ຽງ. ຊຶ່ງກໍ່ນັບວ່າຍັງດີທີ່ເດັກປອດໄພ ແລະ ບໍ່ເກີດອັນຕະລາຍ.

ພາບ ແລະ ຂ່າວຈາກ: Horm Keomany

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...