spot_img
Home​ຂ່າວບັນເທິງThe Featuring ລາຍການປະກວດຮ້ອງເພງທີ່ໃຫຍ່ທີ່ສຸດໃນປະເທດລາວ

The Featuring ລາຍການປະກວດຮ້ອງເພງທີ່ໃຫຍ່ທີ່ສຸດໃນປະເທດລາວ

Published on

ບັນເທີງດາລາ ກັບ ລາວໂພສຕ໌ ມື້ນີ້ແອັດມິນມີຂ່າວດີສຳລັບຄົນທີ່ມີຄວາມໄຝ່ຝັນຢາກຈະເປັນນັກຮ້ອງ ຢາກສະແດງຄວາມສາມາດຢູ່ເທິງເວທີໃຫຍ່ ໃນຮູບແບບລາຍການຂອງຕ່າງປະເທດ ແລະ ໃນທີ່ສຸດວັນນີ້ໂອກາດກໍ່ມາຮອດແລເວ ກັບການປະກວດຮ້ອງເພງ ທີ່ຫຍິ່ງໃຫຍ່ ອະລັງການທີ່ສຸດຂອງປະເທດລາວ The Featuring ກຽມພົບກັນໄດ້ ທາງຊ່ອງ MV Laos ໄວນີ້ 

THE FEATURING ເປັນການປະກວດເພືອຄົ້ນຫາສິນລະປິນນັກຮ້ອງຫນ້າໃຫມ່ທີ່ບໍ່ຄືໃຜ ແລະ ມີພອນສະຫວັນ ໂດຍຈະພິຈາລະນາຈາກສິ່ງສຳຄັນທີ່ສຸດຂອງການຮ້ອງເພັງນັ້ນຄື “ສຽງ” ເທົ່ານັ້ນ ໂດຍຈະມີສິນລະປິນນັກຮ້ອງທີ່ເຕັມໄປດ້ວຍປະສົບການໃນວົງການເພັງ ໄດ້ແກ່ ໂຈໂຈ້ . ແຊມ. ຕ້າ ເອແພັກ .ໄກ່ ໂອເວີແດ້ນ ມາເປັນຄະນະກຳມະການຫລັກ ແລະ ຮັບຫນ້າທີ່ເປັນໂຄດຂອງແຕ່ລະທີມ ທີ່ຈະຄັດເລືອກຜູ້ເຂົ້າແຂ່ງຂັນເຂົ້າສູ່ທີມຂອງຕົວເອັງ ພ້ອມໃຫ້ຄຳປຶກສາ ແລະ ພັດທະນາທັກສະທາງດ້ານການຮ້ອງເພັງ ເພື່ອປ່ຽນຜູ້ເຂົ້າແຂ່ງຂັນ ຈາກຄົນທຳມະດາໃຫ້ກາຍເປັນສິນລະປິນທີ່ເຕັມໄປດ້ວຍຄວາມສາມາດເຂົ້າສູ່ວົງການນັກຮ້ອງລາວ

ສຳລັບກະຕິກາການສະໝັກແມ່ນສາມາດເບິ່ງໃນວິດີໂອຂ້າງລຸ່ມນີ້ໄດ້ເລີຍ

https://www.facebook.com/Thefeaturings1/videos/739385486231125/

 

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...