ດິນແດນແຫ່ງຮັກ

ຕອນທີ 1 ຄົນໆນັ້ນທີ່ເຮັດໃຫ້ໃຈສັ່ນ

ສິງຫາ 2015 ໃນຄືນວັນຝົນຕົກຄ່ອຍໆຂະນະທີ່ລົດກຳລັງຕິດໄຟແດງແຖວທາດຫຼວງຂ້ອຍໄດ້ເຫັນຍິງສາວຄົນໜຶ່ງຜິວຂາວ, ຜົມດຳຍາວຕົກກາງຫຼັງ, ຄວາມສູງຂອງນາງຈາກການວັດສາຍຕາຄືສິບໍ່ຫຼຸດ 1.65 ຊມ ຫຸ່ນບໍ່ຕຸ້ຍບໍ່ຈ່ອຍພໍດີງາມ ນາງນຸ່ງຊຸດກະໂປ່ງຍາວເກືອບຮອດຫົວເຂົ່າສີຂາວ ໜ້າຕາສວຍງາມ ຂາຂອງນາງກໍ່ຂາວລຽວງາມ ຕອນນັ້ນຂ້ອຍຈ້ອງເບິ່ງນາງແບບກໍ່ພັບສາຍຕາເໝືອນກັບຖືກມົນສະກົດຈົນຄິດສົງໃສວ່ານີ້ແມ່ນຄົນ ຫຼື ນາງຟ້າກັນແທ້ທີ່ຍ່າງກັ້ງຄັນຫົ່ມຂ້າມທາງມ້າລາຍກາຍໜ້າລົດຂ້ອຍໄປ ຂ້ອຍຊຶງໃນລົດຄົນດຽວດົນເຕີບຈົນລືມເບິ່ງວ່າໄຟອຳນາດມັນປ່ຽນເປັນສີຂຽວຕັ້ງແຕ່ຕອນໃດ ກວ່າຈະຮູ້ເມື່ອສະຕິອີກເທື່ອກໍ່ຄືໄດ້ຍິນສຽງລົດຄັນທາງຫຼັງບີບແກລົດໄລ່ແລ້ວ ຈາກນັ້ນຂ້ອຍກໍ່ຟ້າວຂັບລົດອອກຈາກຈຸດນັ້ນທັນທີ ຂັບລົດມາຕາມທາງຂ້ອຍກໍ່ໃຈເມີ່ລອຍຄິດເຫັນແຕ່ນາງເສຍດາຍໃນໃຈເລິກໆພຽງໄດ້ແຕ່ເຫັນບໍ່ມີຮອດໂອກາດໄດ້ຮູ້ຈັກຊື່ ຄິດມາແລ້ວເສົ້າບໍ່ຮູ້ວ່າຈະມີໂອກາດໄດ້ພົບກັບນາງອີກຄັ້ງໃໝ່ຫຼືບໍ່ນໍ້ ມົວແຕ່ອະລຳພະບົດຫາສາວງາມຈົນລືມແນະນຳຕົວ ຂ້ອຍມີຊື່ວ່າ: “ອາທິດ” ອາຍຸ 25 ປີ, ສະຖານະພາບໂສດ, ປັດຈຸບັນເຮັດວຽກເປັນພະນັກງານໂຄງການຢູ່ສະມາຄົມ ໄວໜຸ່ມລາວ, ໜ້າທີ່ຫຼັກໆຂອງຂ້ອຍແມ່ນລົງພາກສະໜາມເຮັດກິດຈະກຳ ສະນັ້ນ ຂ້ອຍຈິ່ງບໍ່ໄດ້ຢູ່ກັບທີ່ເພາະຕ້ອງເດີນທາງຢູ່ຕະຫຼອດ ຂະໜາດມື້ນີ້ເປັນວັນເສົາວັນພັກແທ້ໆຂ້ອຍກໍ່ຍັງບໍ່ໄດ້ພັກ ເພາະມັນເປັນວັນຄ້າຍວັນເກີດອ້າຍ “ສົມສັກ” ອ້າຍຮັກ ເປັນທັງອ້າຍຮັກ ແລະ ເປັນທັງຫົວໜ້າໜ່ວຍງານຂອງຂ້ອຍເອງ ເພິ່ນນັດຈັດງານລ້ຽງວັນເກີດທີ່ຄາຣາໂອເກະ ອິນແປງ (ໜອງໄຮ) ວັນສຳຄັນຂອງຄົນສຳ ຄັນຂ້ອຍກໍ່ເລີຍບໍ່ພາດ

ທີ່ຫ້ອງຄາຣາໂອເກະ ສະຖານທີ່ຈັດງານ ເມື່ອຂ້ອຍໄຂປະຕູເຂົ້າໄປກໍ່ເຫັນທີມງານຢູ່ເຕັມຫ້ອງແລ້ວສົງໃສຂ້ອຍຈະແມ່ນຄົນສຸດທ້າຍທີ່ເດີນທາງມາຮອດ ຂ້ອຍໄດ້ຍ່າງເຂົ້າໄປຫາອ້າຍສົມດີເຈົ້າຂອງງານວັນເກີດໃນຄ່ຳຄືນນີ້ເພື່ອອວຍພອນວັນເກີດພ້ອມກັບມອບຂອງຂວັນທີ່ກຽມມາໃຫ້ ເອື້ອຍສົມໝາຍຄົນຮັກຂອງອ້າຍສົມສັກທີ່ນັ່ງຢູ່ຂ້າງໆໄດ້ຮັບເອົາຂອງຂວັນຈາກມືຂອງຂ້ອຍພ້ອມກ່າວຄຳຂອບໃຈ ໃນຖານະທີ່ຂ້ອຍເປັນນ້ອງຫຼ້າໃນທີມ ແລະ ກໍ່ຍັງມາຊ້າກວ່າໝູ່ຂ້ອຍເລີຍຖືກໃໝເບຍ 3 ຈອກຊ້ອນ ຫຼິ້ນເອົາຂ້ອຍຕາລາຍທັນທີ ພວກເອື້ອຍອ້າຍທີ່ມາຮ່ວມງານບາງຄົນກໍ່ມີຄອບ ຄົວແລ້ວບາງຄົນກໍ່ມີແຟນແລ້ວມີແຕ່ຂ້ອຍຄົນດຽວທີ່ໂສດ ເມື່ອເຫັນພວກເຂົາມີຄວາມສຸກມີຄົນຮັກຄອຍຄຽງຂ້າງບາງອາລົມຂ້ອຍກໍ່ຮູ້ສຶກເຫງົາໃຈຫຼາຍ ນັ່ງຢູ່ໃນນັ້ນເກືອບຊົ່ວໂມງໃນທີ່ສຸດກໍ່ຮອດເວລາເປົ່າເຄັກວັນເກີດ ເຫັນອ້າຍສົມສັກຫຼັບຕາອະທິຖານກ່ອນເປົ່າເຄັກ (ຢາກຮູ້ເດະວ່າເພິ່ນອະທິຖານຂໍສິ່ງໃດ) ຫຼັງຈາກທີ່ອ້ານສົມສັກເປົ່າເຄັກວັນ ເກີດແລ້ວກ່ອນຈະຕັດເຄັກອ້ານສົມສັກກັບເອື້ອຍສົມໝາຍໄດ້ປະກາດຂ່າວດີໃຫ້ທຸກຄົນໄດ້ຊາບວ່າ “ອອກພັນສາປີນີ້ທັງຄູ່ຈະແຕ່ງງານກັນ” ຂ້ອຍທັງດີໃຈທັງອິດສາຢູ່ໃນໃຈເລິກໆ ຈົນຫຼຸດປາກເວົ້າອອກໄປວ່າ

ອາທິດ: “ນ້ອງທັງດີໃຈກັບພວກເອື້ອຍພວກອ້າຍທີ່ຈະມີຂ່າວດີ ແລະ ທັງອິດສາພ້ອມ! ບໍ່ໄດ້ລະແບບນີ້ນ້ອງຕ້ອງຟ້າວຫາແຟນກ່ອນ”
ທຸກຄົນໃນງານເມື່ອໄດ້ຍິນຂ້ອຍເອີ່ຍຄຳວ່າຈະຫາແຟນຕ່າງກໍ່ພາກັນຫັນໜ້າມາເບິ່ງຂ້ອຍດ້ວຍສີໜ້າຍິ້ມແບບງົງໆ ອາດເປັນເພາະຕະຫຼອດໄລຍະສາມປີທີ່ຂ້ອຍເຮັດວຽກກັບພວກເຂົາຂ້ອຍບໍ່ເຄີຍເອີ່ຍຄຳວ່າຕ້ອງການຢາກຫາແຟນ ຕ້ອງການຢາກຕົກຢູ່ໃນເລື່ອງຂອງຄວາມຮັກຈັກເທື່ອ ຈົນອ້າຍສົມສັກຖາມຂ້ອຍກັບມາວ່າ
ອ້າຍສົມສັກ: “ຢາກມີແຟນວ່າຊັ້ນ”
ຂ້ອຍຕອບກັບດ້ວຍຄວາມເຂີນອາຍເລັກນ້ອຍ: “ແມ່ນລະ! ແຕ່ຕອນນີ້ຂ້ອຍຕ້ອງເລີກໂສດໃຫ້ໄດ້ກ່ອນ”
ອ້າຍກີ້ (ອ້າຍໃນບ່ອນເຮັດວຽກ): “ໃຫ້ອ້າຍຫາຊ່ວຍບໍ່! ອ້າຍຮູ້ຈັກຜູ່ສາວຫຼາຍຄົນໃດ”
ອ້າຍພອນ (ອ້າຍໃນບ່ອນເຮັດວຽກ): ບອກພວກອ້າຍມາໂລດໂຕມັກສາວແບບໃດດຽວພວກອ້າຍເບິ່ງຊ່ວຍ
ອ້າຍເທົາ (ອ້າຍໃນບ່ອນເຮັດວຽກ): ບໍ່ຕ້ອງເກງໃຈບອກມາໂລດວ່າມັກສາວແບບໃດຫັ້ນ! ນາງ ຕຸກ ການເງິນເດະລາວກໍ່ຍັງໂສດຢູ່ໃດ໋! ຖ້າສົນໃຈດຽວອ້າຍຈະຕິດຕໍ່ໃຫ້ເອົາບໍ່

ຂ້ອຍຮູ້ສຶກເຂີນອາຍທີ່ບັນດາອ້າຍໆສະເໜີເຂົ້າມາຊ່ວຍຂ້ອຍຫາແຟນ ແຕ່ເມື່ອໄດ້ຍິນອ້າຍກອນສະເໜີວ່າຈະຕິດຕໍ່ນາງຕຸກການເງິນໃຫ້ຂ້ອຍກໍ່ຟ້າວປະຕິເສດລາວໄປທັນທີ ເພາະຕຸກບໍ່ແມ່ນສາວໃນສະເປັກຂອງຂ້ອຍເລີຍ ພວກບັນດາອ້າຍໝໄດ້ພາກັນສອບຖາມຫາສາວໃນສະເປັກຂອງຂ້ອຍວ່າຂ້ອຍມັກແນວໃດ ເມື່ອຂ້ອຍເຫັນຄວາມຕັ້ງໃຈໃນຄວາມຢາກຮູ້ຂອງບັນດາອ້າຍເອື້ອຍໃນນີ້ ແລະ ກໍ່ຖືວ່າພວກເຂົາທັງໝົດເປັນຄົນສະໜິດທີ່ນັບຖືກັນມາດົນຂ້ອຍກໍ່ເລີຍຍອມບອກສາວໃນສະເປັກໃຫ້ພວກເຂົາຮູ້

ອາທິດ: “ຂ້ອຍມັກຜູ່ຍິງຜິວຂາວ, ຜົມຍາວ, ໜ້ານ້ອຍຮູບໄຂ່, ຕາໃຫຍ່, ດັງໂມ, ປາກນ້ອຍ, ສູງບໍ່ຫຼຸດ 1.65 ຊມ ເພາະຂ້ອຍສູງ 1.80 ຊມ, ນ້ຳໜັກບໍ່ຫຼຸດ 45 ກິໂລກຣາມ, ສ່ວນນິໃສມັກສາວຮຽບຮ້ອຍ, ມີອິດສະຫຼະ, ອ່ອນໂຍນແຕ່ບໍ່ອ່ອນແອ”

ພວກເຂົາພາກັນຕັ້ງໃຈຟັງດ້ວຍໃຈຈົດຈໍ່ ເມືອຂ້ອຍເວົ້າຈົບກໍ່ພາກັນຫັນໜ້າໜີພ້ອມພາກັນຖອນຫາຍໃຈເຫືອກໃຫຍ່ພ້ອມກັນ ບາງຄົນເມື່ອໄດ້ຟັງສະເປັກສາວທີ່ຂ້ອຍມັກແລ້ວເຖິງກັບແກວ່ງຫົວ ເອື້ອຍສົມໝາຍໄດ້ກ່າວກັບຂ້ອຍວ່າ: “ອັນທີ່ນ້ອງເວົ້າມາບໍ່ຮູ້ວ່າໃນໂລກນີ້ຈະມີຫຼືບໍ່! ແຕ້ມເອົາເດີ້ຫຳຖ້າຢາກໄດ້ຜູ່ງາມປານນັ້ນ” ທຸກຄົນອາດຈະບໍ່ຮູ້ວ່າໂລກນີ້ມີຄົນໃນລັກສະນະທີ່ຂ້ອຍຕ້ອງການນີ້ຫຼືບໍ່ ແຕ່ມີພຽງຂ້ອຍເທົ່ານັ້ນທີ່ຮູ້ວ່າມີແທ້ ເພາະຂ້ອຍຫາກໍ່ເຫັນເມື່ອຕອນຕິດໄຟແດງ.

ນັບຈາກຄືນວັນນັ້ນຫຼັງອອກພັນສາທ້າຍເດືອນ 11 ຂ້ອຍກໍ່ໄດ້ໄປຮ່ວມງານແຕ່ງດອງຂອງອ້າຍສົມສັກກັບເອື້ອຍສົມໝາຍທັງຄູ່ແຕ່ງງານກັນຢ່າງມີຄວາມສຸກສົມຫວັງ ສ່ວນຂ້ອຍກໍ່ຍັງຄອງໂສດຄືເກົ່າວັນເວລາກໍ່ໝູນຜ່ານໄປເປັນປີນັບຈາກວັນນັ້ນຈົນຮອດວັນນີ້ຂ້ອຍກໍ່ຍັງບໍ່ໄດ້ພົບກັບຍິງຄົນນັ້ນອີກເລີຍ ໃນເວລາຕິດໄຟແດງທຸກຄັ້ງຂ້ອຍມັກຈະຄິດວ່າ ວັນນີ້ອາດບັງເອີນໄດ້ພົບກັບນາງ ແຕ່ກໍ່ໄດ້ພຽງຄິດເທົ່ານັ້ນ

ເອື້ອຍສົມໝາຍທ້ອງໃຫຍ່ໃກ້ເກີດລູກແລ້ວ ທາງທີມງານຕ້ອງໄດ້ໃຫ້ເອື້ອຍສົມໝາຍພັກຜ່ອນໃນຊ່ວງເວລາເກີດລູກ ແລະ ອີກ 1 ເດືອນຕໍ່ໜ້າກໍ່ຈະຮອດກຳນົດໄຂສົກຮຽນໃໝ່ ກິດຈະກຳຕ້ອງມີການເຄື່ອນໄຫວ ເອື້ອຍສົມໝາຍຢູ່ໃນຝ່າຍກິດຈະກຳຄືກັນກັບຂ້ອຍ ເມື່ອລາວບໍ່ຢູ່ພາລະທັງໝົດກໍ່ຕ້ອງຕົກມາຢູ່ທີ່ຂ້ອຍຄົນດຽວ ເຊິ່ງມັນກໍ່ເປັນວຽກຄ່ອນຂ້າງໜັກ ທາງທີມງານເລີຍໄດ້ມີການປະຊຸມໃນໝູ່ຄະນະ ແລະ ລົງມະຕິວ່າຕ້ອງຫາຜູ່ຊ່ວຍຂ້ອຍໜຶ່ງຄົນ ດັ່ງນັ້ນທາງທີມງານຈິ່ງໄດ້ລົງປະກາດຮັບສະໝັກພະນັກງານ 1 ຕຳແໜ່ງ ລົງໃນເຟສບຸກເພສຂອງສະມາຄົມ ມີຄົນສົນໃນອິນບ໊ອກມາຖາມເປັນຈຳນວນຫຼາຍ ຜ່ານໄປ 5 ມື້ມີຄົນສົ່ງເອກະສານເຂົ້າມາເພື່ອໃຫ້ທາງທີມງານຄັດເລືອກ ເຊິ່ງຂ້ອຍເອງກໍ່ມີບົດບາດໃນການຄັດເລືອກຜູ່ສະໝັກໃນເທື່ອນີ້.

ມີເອກະສານທີ່ສົ່ງເຂົ້າມາສະໝັກທາງອີເມວສະມາຄົມກວ່າ 20 ສະບັບ ແລະ ທາງທີມງານພວກເຮົາໄດ້ເຮັດການຄັດເລືອກຕາມຊີວະປະຫວັດທີ່ສົ່ງມາ ແລະ 1 ໃນ 20 ເອກະສານທີ່ສົ່ງມານັ້ນມັນເຮັດໃຫ້ຂ້ອຍໃຈເຕັ້ນແຮງຂຶ້ນມາທັນທີເມື່ອຂ້ອຍໄດ້ເຮັດພຽງຮູບຖ່າຍຕິດມາກັບເອກະສານ ເພາະ 1 ໃນຜູ່ສົ່ງ CV ເຂົ້າມາມີໃບໜ້າຄືຍິງສາວທີ່ຍ່າງຂ້າມທາງມ້າລາຍໃນຄືນວັນຝົນຕົກ ຂ້ອຍຈຳໄດ້ຢ່າງແມ້ນຢຳບໍ່ມີຜິດພາດ ຂ້ອຍໄດ້ຕັ້ງໃຈຈົດຈໍ່ກັບການອ່ານເອກະ ສານນັ້ນ ສິ່ງທີ່ສາຍຕາຂ້ອຍກວດເບິ່ງທຳອິດຄືຊື່ຂອງນາງ ແລ້ວກໍ່ໄດ້ຮູ້ວ່ານາງມີຊື່ວ່າ ລາຕີ, ຕອນນີ້ນາງອາຍຸ 22 ປີ ສະຖານະພາບໂສດ, ຕໍ່ມາສາຍຕາກໍ່ກວດຫາເບີໂທ, ອີເມວ, ເຟສບຸກ ແລ້ວ ກໍ່ມາອ່ານທີ່ຢູ່ ສ່ວນຫົວຂໍ້ອື່ນໆ ກໍ່ຄ່ອຍອ່ານຕາມຫຼັງຢ່າງໃຈເຢັນ, ລາຕີ ນາງເປັນນັກສຶກສາຈົບໃໝ່ສາຍສັງຄົມເຄາະ, ເຄີຍເປັນອາສາສະໝັກຊ່ວຍເຫຼືອວຽກງານຄົນພິການ, ລະດັບພາສາອັງກິດປານກາງ-ອ່ອນ ແຕ່ນັ້ນກໍ່ບໍ່ແມ່ນບັນຫາຂ້ອຍຄິດວ່າຂ້ອຍຊ່ວຍສອນໄດ້ ຂ້ອຍອ່ານທວນເອກະສານນີ້ຊ້ຳໆຫຼາຍໆຮອບແລ້ວກໍ່ຄິດຫາວິທີຊ່ວຍນາງໃຫ້ໄດ້ຮັບຄັດເລືອກ ຂ້ອຍຈະເຮັດແບບໃດດີນໍ້ເພາະຜູ້ສະໝັກຄົນອື່ນໆເມື່ອອ່ານປະຫວັດແລ້ວມີແຕ່ຄົນທີ່ລະດັບເໜືອກວ່ານາງ ແຕ່ອາຍຸຫຼາຍກວ່ານາງ ຂ້ອຍຄ່ອຍໆຄິດຫາວິທີຢ່າງເປັນຂັ້ນຕອນລະອຽດເພື່ອຈະຫາເຫດຜົນໄປຈະໄປອ້າງກັບຫົວໜ້າ ແລະ ເພືອນຮ່ວມງານຄົນອື່ນໃນເວລາຫຼັງສຳພາດແລ້ວ ເພື່ອໃຫ້ນາງໄດ້ຮັບຄະແນນສຽງ ແລະ ສິດໃນການຖືກຮັບເລືອກເຂົ້າມາເປັນສ່ວນໜຶ່ງຂອງທີມງານ

ອ່ານຕໍ່ໃນຕອນທີ 2

 

 

 

3 COMMENTS

  1. ຕອນທີ່ 2 ຄືບໍ່ມີ ?
    ອ່ານກຳລັງໄດ້ໃຈລະວ່າ……………..

Comments are closed.