ເຄື່ອງຈັກເກັບກູ້ລະເບີດຂະໜາດໃຫ່ຍ ແລະ ທັນສະໃໝທີ່ສຸດໃນໂລກ ມາປະຈຳຢູ່ລາວແລ້ວ

ອົງ​ການ​ເກັບ​ກູ້​ລະ​ເບີດ​ເຈ​ມັດ ປະ​ເທດ​ຍີ່​ປຸ່ນ (JMAS) ແລະ ໂຄງ​ການ​ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ​ລາວ (UXOLAO) ​ໄດ້​ມີ​ການ​ປະ​ເມີນ​ຜົນ​ໂຄງ​ການ ​ນຳ​ໃຊ້​ເຄື່ອງ​ຈັກ​ທັນ​ສະ​ໄໝ ທຳ​ລາຍ​ລະ​ເບີດ​ລູກ​ຫວ່ານທີ່​ບໍ່ທັນ​ແຕກ ຢູ່ຂວງ​ຊຽງ​ຂວາງ ໃນ​ວັນ​ທີ 25 ກໍ​ລະ​ກົດ 2017 ນີ້​ ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່​ກາງ​ປີ 2016 ຮອດ​ທ້າຍ​ເດືອນ 6/2017 ສາ​ມາດກວດ​ກູ້​ເນື້ອ​ທີ່​ປອດ​ໄພ​ໄດ້​ເພີ່ມ​ຂຶ້ນ 1,6 ເທົ່າ​ ຂອງເປົ້າ​ໝາຍ ແລະ ທຳ​ລາຍ​ລະ​ເບີດ​ລູກ​ຫວ່ານ ດ້ວຍ​ເຄື່ອງ​ຈັກ 697 ໜ່ວຍ ​ເຊິ່ງ​ໄດ້​ນຳໃຊ້​ເງິນ​ໄປ​ 1.644 ໂດ​ລາ​ສະ​ຫະ​ລັດ. ​ເມື່ອ​ທຽບ​ໃສ່ຄ່າ​ໃຊ້​ຈ່າຍຂອງ​ການ​ທຳ​ລາຍ​ລະ​ເບີດ​ດ້ວຍ​ແຮງ​ງານ​ຄົນ​, ໂດຍ​ໃຊ້​ດິນ​ລະ​ເບີດນັ້ນ​ ຄິດ​ໄລ່​ເປັນ​​ເປັນ​ມູນ​ຄ່າ 2.515 ໂດ​ລາ​ສະ​ຫະ​ລັດ ສະ​ເລ່ຍແລ້ວ​ນຳ​ໃຊ້​ເຄື່ອງ​ຈັກ​ທຳ​ລາຍ​​ ແມ່ນ​ຫ​ລຸດ​ຜ່ອນງົບປະ​ມານລົງປະມານ 800 ກວ່າໂດ​ລາ​ສະ​ຫະ​ລັດ ຫລື 35%.

ທ່ານ ກິ່ງ​ເພັດ ພິມ​ມະ​ວົງ ຜູ້ອຳນວຍ​ການ​ໂ​ຄງ​ການ​ ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ​ລາວ ປະຈຳ​ແຂວງຊຽງຂວາງ ​ເປີດ​ເຜີຍວ່າ: ການ​ນຳ​ໃຊ້​ເຄື່ອງ​ຈັກ​ທຳ​ລາຍ​ລະ​ເບີດ​ລູກ​ຫວ່ານ ຢູ່ຂວງ​ຊຽງ​ຂວາງ ​ເປັນ​ໂຄງ​ການ​ທຳ​ອິດ​ໃນ​ໂລກ​ ​ໂດຍ​ແມ່ນ​ອົງ​ການ​ເກັບ​ກູ້​ລະ​ເບີດ​ເຈ​ມັດ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ທຶນ​ຈາກ​ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ລ້າ​ ຈາກ​ອົງການ​ບໍ່ສັງກັດ​ລັດຖະບານ NGO ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ ແລ​ະ ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ລ້າ ທາງ​ດ້ານ​ເຄື່ອງ​ຈັກ​ທຳ​ລາຍ​ລະ​ເບີດ​ລູກ​ຫວ່ານ ບໍ​ລິ​ສັດ​ ໂກ​ມັດ​ຊຶ ​ເປັນ​ຜູ້​ພັດ​ທະ​ນາ​ຂຶ້ນ​ມາ. ສ່ວນເປົ້າ​ໝາຍໂຄງ​ການ​ໃນ​ຕໍ່​ໜ້າ ແມ່ນຈະ​ເພີ່ມ​ພື້ນ​ທີ່​ໂຄງ​ການ​ຂອງ​ເມືອງ​ແປກ, ເມືອງ​ຄຳ ແລະ ເມືອງ​ພູ​ກູດ ຕື່ມ​ອີກ, ພ້ອມ​ທັງມີ​ເປົ້າ​ໝາຍຈະ​ເພີ່ມ​ເຄື່ອງ​ຈັກອີກ 1 ເຄື່ອງ ເພື່ອ​ຂະ​ຫຍາຍ​ຂອບ​ເຂດ​ເນື້ອ​ທີ່ ແລະ ເພີ່ມ​ຄວາມ​ໄວ​ ໃນ​ການກວດ​ກູ້​​ໃຫ້​ມີ​ປະລິມານ​ຫລາຍ​ກວ່າ​ເກົ່າ.

ທ່ານ ບົວ​ສອນ ສີ​ນວນ​ທອງ ຮອງ​ເຈົ້າ​ແຂວງ, ປະ​ທານ​ຊີ້​ນຳ​ວຽກ​ງານ​ ເກັບ​ກູ້​ລະ​ເບີດ​ແຂວງ​ຊຽງ​ຂວາງ ຊີ້​ໃຫ້​ເຫັນ​ວ່າ: ສະ​ພາບ​ລະ​ເບີດ​ທີ່​ຕົກ​​ໃສ່ສປ​ປ ລາວ ​ໂດຍ​ສະ​ເພາະຜືນ​ແຜ່ນ​ດິນ​ແດນ​ຊຽງ​ຂວາງ​ແມ່ນຫລາຍ​ທີ່​ສຸດ. ນັບ​ແຕ່​ສະ​ໄໝ​ຕໍ່​ສູ້​ກູ້​ຊາດ​ມາ​ເປັນ​ເວ​ລາ 40 ກ່​ວາ​ປີ ຈົນ​ຮອດ​ທຸກວັນ​ນີ້ ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກຍັງ​ຕົກ​ຄ້າງ​ຢູ່​ໃນ​ສະ​ຖານ​ທີ່​ຕ່າງໆຂອງ​ປະ​ເທດລາວ.

ພ້ອມ​ທັງ​​ສະ​ແດງ​ຄວາມ​ຊົມ​ເຊີຍ​ອົງການ​ເກັບ​ກູ້​ລະ​ເບີດ​ເຈ​ມັດ ປະ​ເທດ​ຍີ່​ປຸ່ນ ແລະ ໂຄງ​ການ​ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ​ລາວ ທີ່​ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ ໃນ​ການ​ທຳ​ລາຍ​ລະ​ເບີດ ເພື່ອ​ເຮັດ​ໃຫ້​ລູກ​ລະ​ເບີດທີ່​ຕົກ​ຄ້າງ​ຢູ່​ພື້ນ​ແຜ່ນ​ດິນ​ລາວ ​ກໍຄືແຂວງຊຽງຂວາງ ໝົດ​ໄປ​ເທື່ອ​ລະ​ກ້າວ, ເພື່ອ​ເຮັດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ພາຍໃນແຂວງ​ ໄດ້​ດຳ​ລົງ​ຊີ​ວິດສ້າງ​ເສດ​ຖ​ະກິດ ພັດທະນາຄອບຄົວ ມີ​ຄວາມ​ປອດ​ໄພ.

 

ແຫລ່ງຂ່າວ: Support Prime Minister Thongloun Sisoulith