spot_img
Homeຂ່າວເຫດການແພດທະຫານຈີນ ເຄື່ອນໄຫວໃຫ້ບໍລິການ ປິ່ນປົວພະຍາດບໍ່ເສຍຄ່າ ຢູ່ໂຮງໝໍ 103 ແລະ ຫລວງນ້ຳທາ

ແພດທະຫານຈີນ ເຄື່ອນໄຫວໃຫ້ບໍລິການ ປິ່ນປົວພະຍາດບໍ່ເສຍຄ່າ ຢູ່ໂຮງໝໍ 103 ແລະ ຫລວງນ້ຳທາ

Published on

ຂປລ. ​ໃນວັນທີ 27 ກໍລະກົດນີ້, ທິມງານການແພດຂະບວນລົດສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ເຄື່ອນໄຫວ​​ໃຫ້ບໍລິການປິ່ນປົວພະຍາດໂດຍບໍ່ເສຍຄ່າ ໃຫ້ນາຍ ​ແລະ ພົນທະຫານ, ພ້ອມດ້ວຍປະຊາຊົນທົ່ວ​ໄປ ເພື່ອປະກອບສ່ວນອັນສໍາຄັນ​ ເຂົ້າໃນການປົກປັກຮັກສາ ​ແລະ ຊຸກຍູ້ການພົວພັນຮ່ວມມື​​ ລະຫວ່າງສອງກອງທັບ ລາວຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ​ແລະ ກວ້າງຂວາງຍິ່ງຂຶ້ນ.

ທ່ານ ພັນເອກ ພິເສດ ​ເສີນຢົງຈີງ ທູດທະຫານ ແຫ່ງ​ ສະຖານທູດ ສປ ຈີ​ນ ປະຈຳ​ ສປປ ລາວ ໄດ້​ໃຫ້​ຮູ້ວ່າການເຄື່ອນໄຫວ​​ໃຫ້ບໍລິການປິ່ນປົວພະຍາດຂອງທິມງານການແພດດັ່ງກ່າວ ​ໃນ​ຄັ້ງ​ນີ້,  ​ເລີ່ແຕ່ວັນທີ 27 ​​ກໍລະກົດ ຫາ ວັນທີ 5 ​​ສິງຫາ 2017, ​ໂດຍ​ໄດ້ຈັດຂຶ້ນພ້ອມກັນຢູ່ສອງຈຸດ ຄືຢູ່ໂຮງໝໍ 103 ນະຄອນຫລວງວຽງຈັນ ​ແລະ ​ແຂວງຫລວງນ້ຳທາ, ​ເພື່ອ​ເຮັດ​ໜ້າ​ທີ່​ປີ່​ນປົວ​ສຸຂະພາບໃນ​ຄັ້ງ​ນີ້​ ໃຫ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ອັນ​ໃຫຍ່​ຫລວງ ​ຈາກ​ຝ່າຍ​ລາວ, ຄະນະ​ຝ່າຍ​ຈີ​ນພວກ​ເຮົາ ​ໄດ້​ພ້ອມ​ກັນ​ກະກຽມ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ສູງ ​ເພື່ອ​ຮັບປະກັນ​ການກວດ​ສຸຂະພາບ, ປີ່​ນປົວ ​ແລະ ຜ່າ​ຕັດ​ໃຫ້​ນາຍ ​ແລະ ພົນທະຫານ​ ກອງທັບ​ປະຊາຊົນ​ລາວ ​ແລະ ປະຊາຊົນ​ລາວ​ຈຳນວນ​ໜຶ່ງ.

ທ່ານ ພັນ
ເອກ ພິເສດ ​ເສີນຢົງຈິ້ງ ກ່າວຕື່ມ​​ວ່າ: ​ໃນໄລຍະເຄື່ອນໄຫວ​​ໃຫ້ບໍລິການປິ່ນປົວດັ່ງກ່າວ, ຄະນະແພດຝ່າຍຈີນ ຈະປະຕິບັດໜ້າທີ່ຈັນຍາບັນການແພດຢ່າງເຂັ້ມງວດຕັ້ງໜ້າປະຕິບັດວຽກງານຕາມແຜນການທີ່ວາງອອກຖືເອົາການປະຕິບັດວຽກງານທີ່ເຮັດໃຫ້ດີທີ່ສຸດ ​ເພື່ອທໍາການກວດສຸຂະພາບປິ່ນປົວ ​ແລະ ຜ່າຕັດໃຫ້ຄົນເຈັບ, ພ້ອມທັງປະສານສົມທົບກັບພະນັກງານຝ່າຍລາວ ຢ່າງໃກ້ສິດຕິດແທດເຮັດໃຫ້ການປະຕິບັດໜ້າທີ່ໃນຄັ້ງນີ້ ໃຫ້ໄດ້ຮັບສໍາເລັດຕາມແຜນການທີທີ່ວາງໄວ້.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...