Homeຂ່າວພາຍ​ໃນລັດຈະພິຈາລະນາຂາຍຫຸ້ນຂອງການບິນລາວໃຫ້ຕ່າງປະເທດພຽງ 30%

ລັດຈະພິຈາລະນາຂາຍຫຸ້ນຂອງການບິນລາວໃຫ້ຕ່າງປະເທດພຽງ 30%

Published on

ລັດຖະບານລາວ ຍັງຕ້ອງການຖືຮຸ້ນສັດສ່ວນໃຫ່ຍ ຂອງສາຍການບິນແຫ່ງຊາດ ປັດຈຸບັນຈະພິຈາລະນາຂາຍພຽງ 30% ໃຫ້ກັບຄູ່ຮ່ວມທຸລະກິດ ທີ່ເປັນສາຍການບິນຕ່າງປະເທດ ທີ່ມີຄວາມພ້ອມເປັນສາຍການບິນໃຫ່ຍຕ່າງປະເທດເທົ່ານັ້ນ ພ້ອມທັງຕ້ອງເປັນຄູ່ຮ່ວມທີ່ຍາວນານ, ຄາດວ່າຈະມີການຄວບຄຸມ ແລະຈັດການ ຕັ້ງແຕ່ໂຄງສ້າງອົງກອນລັດວິສາຫະກິດການບິນລາວ ໃໝ່ທັງໝົດ.

ສໍານັກຂ່າວຕ່າງປະເທດຍັງໃຫ້ນິຍາມການປ່ຽນຄວາມຊັບຊ້ອນ ພ້ອມລົບລ້າງ ແບບ ໄມ້ຕາຍ ( It would require a massive change in management DNA and possibly lead to redundancies to clear so called ‘dead wood’ )

ໃນໄລຍະຜ່ານມາ, ສາຍການບິນທີ່ມີຊື່ສຽງຂອງໂລກເຊັ່ນ Lufthansa ໄດ້ຢ່າງສະຫນິດແຫນ້ນກັບ ສາຍການບິນລາວ ແຕ່ສ່ວນຫຼາຍແມ່ນໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ເຕັກນິກ.

ສາຍການບິນລາວ ມີປະຫວັດຍາວນານ ແລະ ສໍາຄັນໃນຖານະເປັນສາຍການບິນແຫ່ງຊາດ ກໍາລັງຊອກຫາຄູ່ຮ່ວມມືຕ່າງປະເທດ ໃນຂະນະທີ່ສາຍການບິນຕ່າງປະເທດອາດຈະເບິ່ງຕະຫຼາດຈາກທັດສະນະທີ່ແຕກຕ່າງກັນ.

ການບິນລາວ ສ້າງຕັ້ງຂຶ້ນໃນປີ 1976 ຄົບຮອບ41ປີ ປະຈຸບັນມີເຮືອບິນປະເພດ Airbus A320 ຈໍານວນ 4 ລໍາ ATR72-500/600 ຈໍານວນ 7 ລໍາ, ລວມທັງໝົດ 11 ລໍາປະຈໍາການ ເຊິ່ງທັງໝົດຜະລິດຈາກປະເທດຝລັງ, ມີເສັ້ນບິນອອກຕ່າງປະເທດເຊັ່ນ ຈີນ ໄທ ກໍາປູເຈຍ ເກົາຫຼີໃຕ້ ຫວຽດນາມ ແລະ ສິງກະໂປ (ອີກຄັ້ງໃນໄວໆນີ້), ສໍາຫຼັບສາຍພາຍໃນປະເທດພາກເໜືອ ຫຼວງນໍ້າທາ ອຸດົມໄຊ ຫຼວງພະບາງ ຊຽງຂວາງ ພາກໃຕ້ ສະຫວັນນະເຂດ ແລະ ຈໍາປາສັກ

ບົດລາຍງານ ໃນປີ 2015 ມີຜູ້ໂດຍສານໃຊ້ບໍລິການຫຼາຍກວ່າ 828,000ຄົນ ໃນນີ້ເປັນຊາວຕ່າງປະເທດ 504,000 ຄົນ ແລະໃນປີ 2016ມີຜູ້ໂດຍສານທັງໝົດ 924,924 ຄົນ ແລະ ຕ່າງປະເທດ 543,924 ຄົນ ຄາດວ່າໃນປີ 2017 ຈະມີຜູ້ໂດຍສານບັນລຸ 1 ລ້ານຄົນ.

 

ແຫລ່ງຂ່າວ: Aero LAOS

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...