Homeຂ່າວຕ່າງປະເທດທົ່ວໂລກມີຜູ່ເສຍຊີວິດຈາກໂຣກເອສຫຼຸດລົງເກືອບເຄິ່ງ

ທົ່ວໂລກມີຜູ່ເສຍຊີວິດຈາກໂຣກເອສຫຼຸດລົງເກືອບເຄິ່ງ

Published on

ໂຄງການເອສແຫ່ງສະຫະປະຊາຊາດເປີດເຜີຍວ່າ ຍອດຜູ່ເສຍຊີວິດຈາກທົ່ວໂລກຫຼຸດລົງເກືອບເຄິ່ງໜຶ່ງ ແລະ ໄດ້ຮັບຢາຕ້ານໄວຣັສແລ້ວ 19,5 ລ້ານຄົນ

ຕາມຂ່າວຕ່າງປະເທດລາຍງານວ່າ ໂຄງການເອສແຫ່ງສະຫະປະຊາຊາດ ເປີດເຜີຍລາຍງານຫຼ້າສຸດ ການຕໍ່ສູ້ກັບພະຍາດລະບາດຮ້າຍແຮງຢ່າງໂຣກເອສກຳລັງມີຄວາມຄືບໜ້າຫຼາຍ ໂດຍໃນປີ 2016 ທີ່ຜ່ານມາມີຄົນເຈັບຕິດເຊື້ອເອສເສຍຊີວິດມີຈຳນວນຫຼຸດລົງເຫຼືອ 1 ລ້ານຄົນ ເຊິ່ງນັບວ່າຫຼຸດລົງເກືອບເຄິ່ງນັບແຕ່ປີ 2015 ບໍ່ພຽງແຕ່ຜູ່ຕິດເຊື້ອເອສໄອວີຫຼຸດລົງເທົ່ານັ້ນ ແຕ່ຈຳນວນຜູ່ທີ່ໄດ້ຮັບຢາຕ້ານໄວຣັາເອສມີເກືອບເຄິ່ງແລ້ວ ຈາກລາຍງານຂອງ ຄງການເອສແຫ່ງສະຫະປະຊາຊາດ ແຈ້ງໃຫ້ຮູ້ວ່າ ໃນປີທີ່ຜ່ານມາຈາກ 19,5 ລ້ານຄົນ ຈາກທັງໝົດ 36,7 ລ້ານຄົນ ແລະ ຈຳນວນຜູ່ເສຍຊີວິດຫຼຸດລົງຈາກ 19,5 ລ້ານຄົນໃນປີ 2015 ເຫຼືອພຽງ 1 ລ້ານຄົນໃນປີທີ່ຜ່ານມາ

ທັງນີ້ ນັບຕັ້ງແຕ່ມີການແພ່ລະບາດຂອງໂຣກເອສຕັ້ງແຕ່ປີ 1980 ເຮັດໃຫ້ມີຜູ່ເສຍຊີວິດທົ່ວໂລກໄປແລ້ວປະມານ 35 ລ້ານຄົນ.

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ສັງຄົມ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...