spot_img
Homeຂ່າວພາຍ​ໃນລັດອະນຸມັດງົບ 180 ຕື້ກີບເພື່ອຂະຫຍາຍກອງທຶນປະກັນສຸຂະພາບ

ລັດອະນຸມັດງົບ 180 ຕື້ກີບເພື່ອຂະຫຍາຍກອງທຶນປະກັນສຸຂະພາບ

Published on

ລັດຖະບານລາວໄດ້ຈັດສັນງົບປະມານ 180 ຕື້ກີບເພື່ອຂະຫຍາຍກອງທຶນປະກັນສຸຂະພາບສໍາລັບສົກປີ 2017-2018ໂດຍເລັ່ງໃສ່ການເພີ່ມໂອກາດໃຫ້ປະຊາຊົນເຂົ້າເຖິງການບໍລິການສຸຂະພາບຫລາຍຂຶ້ນກວ່າເກົ່າ.

ກອງທຶນດັ່ງກ່າວເປັນທີ່ຮູ້ຈັກກັນດີວ່າ 30.000 ກີບສໍາລັບການປິ່ນປົວພະຍາດທັງຫມົດໂດຍໄດ້ຮັບທຶນຈາກປະກັນໄພສຸຂະພາບແຫ່ງຊາດ (NHI) ທີ່ຄວບຄຸມ 16 ແຂວງໃນທົ່ວປະເທດປະກອບມີບັນດາແຂວງຄື: ຫົວພັນ, ຊຽງຂວາງ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຫລວງນ້ໍາທາ, ເຊກອງ, ອັດຕະປື, ສາລະວັນ, ຜົ້ງສາລີ, ອຸດົມໄຊ, ຈໍາປາສັກ, ບໍ່ແກ້ວ, ໄຊສົມບູນ ແລະໄ ຊຍະບູລີ ສ່ວນແຂວງຫລວງພະບາງ ແລະນະຄອນຫລວງຍັງບໍ່ໄດ້ລວມເຂົ້າໃນການປະກັນໄພສຸຂະພາບແຫ່ງຊາດ ເຊິ່ງມີຈຸດປະສົງເພື່ອສະເຫນີໃຫ້ກວດສຸຂະພາບ ແລະ ໃຫ້ຄວາມສະດວກໃນການປິ່ນປົວສໍາລັບປະຊາຊົນໃນເຂດທ້ອງຖິ່ນ.

ພ້ອມດຽວກັນນີ້ ກອງທຶນປະກັນສຸຂະພາບດັ່ງກ່າວຍັງໄດ້ເລັ່ງໃສ່ເປົ້າຫມາຍສໍາລັບປະຊາຊົນຜູ້ທີ່ບໍ່ໄດ້ເປັນສະມາຊິກປະກັນສຸຂະພາບລັດຖະບານ ຫລື ປະກັນໄພສຸຂະພາບເອກະຊົນຈໍານວນ 5 ລ້ານກວ່າຄົນນັ້ນໃຫ້ສາມາດເຂົ້າເຖິງ ແລະ ໄດ້ປະໂຫຍດຈາກການບໍລິການປະກັນສຸຂະພາບພາຍໃນປີ 2020. 

ທ່ານ ບຸນເພັງ ພູມະໄລສິດ, ຜູ້ອໍານວຍການສໍານັກງານປະກັນສຸຂະພາບແຫ່ງຊາດ,ກະຊວງສາທາລະນະສຸກໄດ້ເປີດເຜີຍອາທິດຜ່ານມານີ້ວ່າ: ກອງທຶນນີ້ແມ່ນເພື່ອປັບປຸງການເຂົ້າເຖິງການບໍລິການສຸຂະພາບ ໂດຍສະເພາະຜູ້ທີ່ບໍ່ໄດ້ຢູ່ໃນການຄຸ້ມຄອງ ຫລື ບໍ່ມີ ບັດປະກັນໄພສັງຄົມ. ພາຍໃຕ້ກອງທຶນນີ້, ປະຊາຊົນໄດ້ຮ້ອງຂໍໃຫ້ຈ່າຍພຽງແຕ່ 30.000 ກີບຕໍ່ການກວດກາພະຍາດສໍາລັບເງື່ອນໄຂໃດເງື່ອນໜຶ່ງ ລວມທັງການກວດສຸຂະພາບ ແລະການປິ່ນປົວຢູ່ໂຮງຫມໍຂອງລັດຖະບານ ແລະ ສຸກສາລາໃນຊຸມຊົນ.

ຜູ້ອໍານວຍການສໍານັກງານປະກັນໄພສຸຂະພາບແຫ່ງຊາດຍັງກ່າວຕື່ມອີກວ່າ: ທຶນດັ່ງກ່າວຈະຄວບຄຸມເອົາການຮັກສາ-ປິ່ນປົວທັງໝົດ ລວມທັງຜ່າຕັດໄດ້ເຖິງ 5 ລ້ານກີບ ຖ້າຫາກວ່າບັນຊີລາຍການປິ່ນປົວທາງການແພດເກີນ 5 ລ້ານກີບໝາຍວ່າກອງທຶນຈະຊ່ວຍຈ່າຍໃຫ້ 75%. 

ທ່ານ ດຣ ສີທົນ ໄຊວິໄລສັກ, ຜູ້ອໍານວຍການພະແນກທາລະນະສຸກແຂວງເຊກອນໄດ້ລາຍງານວ່າ:ກອງທຶນນີ້ແມ່ນຈະເຮັດໃຫ້ປະຊາຊົນຈໍານວນຫລາຍສາມາດເຂົ້າເຖິງບໍລິການສຸຂະພາບຄຸນນະພາບໄດ້ຫລາຍຂຶ້ນກວ່າເກົ່າ. 

ທ່ານ ຜູ້ນວຍການພະແນກທາລະນະສຸກແຂວງເຊກອນຍັງກ່າວວ່າ: ໃນອະດີດຜ່ານມາປະຊາຊົນຢູ່ໃນກຸ່ມເປົ້າຫມາຍດັ່ງກ່າວບໍ່ໄດ້ເຂົ້າເຖິງການບໍລິການສຸຂະພາບຢ່າງທົ່ວເຖິງ ເນື່ອງຈາກວ່າພວກເຂົາເຈົ້າຍັງທຸກຍາກຫລາຍ. ສະນັ້ນ ນັບຕັ້ງແຕ່ການເປີດກອງທຶນປະກັນສຸຂະພາບໃນປີ 2016, ພະນັກງານແພດ ແລະ ອາສາສະຫມັກບ້ານໄດ້ເກັບກໍາຂໍ້ມູນຈາກຊຸມຊົນກ່ຽວກັບບັນຫາທີ່ຮ້າຍແຮງມີຜົນກະທົບສຸຂະພາບ, ຄວາມປອດໄພ ແລະ ຄຸນນະພາບຂອງການເບິ່ງແຍງສຸຂະພາບໃຫ້ແກ່ຄົນເຈັບໄດ້ທັງຫມົດ .

 

ແຫລ່ງຂ່າວ:​ ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...