spot_img
Home​ຂ່າວບັນເທິງ"ຈັສຕິນ ບີເບີຣ" ຖືກກະຊວງວັດທະນະທຳຈີນສັ່ງຫ້າມເດີນທາງມາຈັດຄອນເສີດທີ່ຈີນ

“ຈັສຕິນ ບີເບີຣ” ຖືກກະຊວງວັດທະນະທຳຈີນສັ່ງຫ້າມເດີນທາງມາຈັດຄອນເສີດທີ່ຈີນ

Published on

ບີບີຊີລາຍງານເມື່ອວັນທີ 21 ກໍລະກົດ 2017 ທີ່ຜ່ານມາວ່າ ກະຊວງວັດທະນະທຳຈີນ ປະຈຳນະຄອນຫຼວງ ປັກກິ່ງ ອອກຖະແຫຼງຄຳສັ່ງບໍ່ອະນຸຍາດໃຫ້ “ຈັສຕິນ ບີເບີຣ” ນັກຮ້ອງໜຸ່ມຊາວການາດາຂັວນໃຈສາວໆທົ່ວໂລກມາເປີດການສະແດງທີ່ປະເທດຈີນ ເນື່ອງຈາກມີພຶດຕິກຳບໍ່ດີໃນລາຍໆເຫດການ

ສຳລັບ ຈັສຕິນ ບີເບີຣ ມີຂໍ້ສັງເກດເລັກນ້ອຍວ່າ ຈະສ້າງຄວາມຜິດຫວັງໃຫ້ກັບແຟນໆຊາວຈີນທາງໂຊຊຽວມີເດຣຍ ເມື່ອປີ 2014 ເພາະໂພສຮູບຕົວເອງທີ່ເດີນທາງໄປສານເຈົ້າ ຍາສິກຸນິ ໃນນະຄອນຫຼວງໂຕກຽວຂອງຍີ່ປຸ່ນ ເຊິ່ງເປັນສະຖານທີ່ທີ່ຊາວເກົາຫຼີໃຕ້ ແລະ ຈີນຖືເປັນສັນຍາລັກຂອງການໃຫ້ທ້າຍຈັກກະພັດນິຍົມ ຊ່ວງໄລຍະກອງທັບຍີ່ປຸ່ນບຸກຮຸກຮານເພື່ອນບ້ານ

 

ສຳລັບຄອນເສີດຂອງ ຈັສຕິນ ໃນອາຊີ ເປັນໜຶ່ງໃນແຜນເວີລທົວ ເຊິ່ງຈະມີຂຶ້ນໃນເດືອນກັນຍາ ເລີ່ມຈາກປະເທດ ຍີ່ປຸ່ນ, ຮ່ອງກົງ, ຟິລິປິນ, ສິງກະໂປ ແລະ ອິນໂດເນເຊຍ

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...