spot_img
Homeຊີວິດແລະຄວາມຮັກ5 ປະໂຫຍກທີ່ບໍ່ຄວນເວົ້າເດັດຂາດ

5 ປະໂຫຍກທີ່ບໍ່ຄວນເວົ້າເດັດຂາດ

Published on

ການທີ່ຄົນສອງຄົນຕັກສິນໃຈຄົບຫາກັນ ຫຼື ເຖິງຂັ້ນແຕ່ງງານໃຊ້ຊີວິດຮ່ວມກັນນັ້ນ ກໍ່ຍ້ອນຄົນສອງຄົນມີຄວາມຄິດເຫັນທີ່ກົງກັນ ບາງຄູ່ຮັກກໍ່ຢູ່ກັນໄດ້ດົນຈົນຮອດເຖົ້າແກ່ ແລະ ຕາຍຈາກກັນໄປ, ບາງຄູ່ຮັກກໍ່ຢູ່ກັນໄດ້ບໍ່ດົນ ເພາະອາດຈະເກີດຂຶ້ນຍ້ອນບໍ່ເຂົ້າໃຈກັນ ຫຼື ມັກເຂົ້າໃຈຜິດກັນ ຫຼື ເກີດເສຍຄວາມຮູ້ສຶກໃຫ້ກັນບາງເທື່ອສາເຫດອາດມາຈາກຄຳເວົ້າບາງຄຳເວົ້າ ອາດເບິ່ງຄືວ່າເປັນເລື່ອງເລັກນ້ອຍສຳລັບບາງຄົນ ແຕ່ບາງຄົນນັ້ນມັນແມ່ນເລື່ອງໃຫຍ່ ເຊິ່ງ 5 ປະໂຫຍກຄຳເວົ້າສຳລັບຄູ່ຮັກທີ່ຄວນຫຼີກຈະມີຫຍັງແນ່ນອນ ເຮົາມາຮູ້ຈັກໄປພ້ອມກັນເລີຍ

5 ປະໂຫຍກຄຳເວົ້າຂອງຄົນທີ່ເປັນຄູ່ຮັກກັນບໍ່ຄວນເວົ້າເດັດຂາດ

  1. ຢ່າດ່າພໍ່ແມ່ ຫຼື ດູຖູກໂຄດຈຸ້ມເຈື້ອຂອງອີກຝ່າຍ
  2. ຢ່າໃຊ້ຄຳເວົ້າຫຍາບຄາຍກັບອີກຝ່າຍເຊັ່ນ ….
  3. ຢ່າເວົ້າວ່າ “ແຟນເກົ່າທີ່ເຄີຍລົມມາດີກວ່າເຈົ້າຫຼາຍເທົ່າ”
  4. ຢ່າເວົ້າວ່າ “ຂ້ອຍຕ້ອງການໄປມີຄົນໃໝ່ ເພາະເຈົ້າລ້ຽງຂ້ອຍບໍ່ກຸ້ມ”
  5. ຢ່າເວົ້າວ່າ “ໄປຕາຍທາງໃດກໍ່ໄປ ເໝັນໜ້າ! ເບື່ອແຮງ”

ທີ່ກ່າວມາຂ້າງເທິງນີ້ອາດເປັນພຽງປະໂຫຍກຄຳເວົ້າບາງສ່ວນເທົ່ານັ້ນ ບາງຄົນອາດຄິດວ່າຄຳພວກນີ້ເປັນຄຳທີ່ບໍ່ຮ້າຍແຮງ ແຕ່ເມື່ອວິເຄສະດີໆແລ້ວມັນເປັັນຄຳເວົ້າທີ່ລະອຽດອ່ອນ ແລະ ສາມາດສົ່ງຜົນກະທົບທາງຈິດໃຈໃຫ້ແກ່ຄົນຟັງໄດ້ ສະນັ້ນ ເພື່ອເປັນການໃຫ້ກຽດ ແລະ ຮັກສານ້ຳໃຈຂອງອີກຝ່າຍ ແມ່ນບໍ່ຄວນຫຼຸດປາກເວົ້າຄຳພວກນີ້ອອກໄປເດັດຂາດຖ້າບໍ່ຢາກໃຫ້ອີກຝ່າຍເສຍຄວາມຮູ້ສຶກ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...