Homeນານາສາລະສັນຍານພະຍາດຮ້າຍຈາກ ດວງຕາ

ສັນຍານພະຍາດຮ້າຍຈາກ ດວງຕາ

Published on

2

ດວງ​ຕາ ນອກ​ຈາກ​ຈະ​ໄວ້​ເບິ່ງ ​ແລະ ​ສື່​ສານ​ຄວາມ​ຮູ້ສຶກ​ແລ້ວ ດວງ​ຕາ ຍັງ​ເປັນ​ສ່ວນ​ສຳຄັນ​ໃນ​ການ​ພິຈາລະນາ​ພະຍາດ​ຕ່າງໆນໍາ​ອີກ​ ຫາກ​ສັງເກດ​ດີໆດວງ​ຕາ ຂອງ​ແຕ່​ລະ​ຄົນ​ນັ້ນ​ມີ​ລັກສະນະ​ບໍ່​ຄືກັນ​ດ້ວຍ​ລັກສະນະສີຕ່າງໆ​ທີ່​ປ່ຽນ​ໄປ​ຈາກ​ເກົ່າ ສາມາດ​ບອກ​ໄດ້​ວ່າ ເຮົາ​ເປັນ​ພະຍາດ​ຫັຍງ ມື້​ນີ້​ເຮົາ​ມີ​ອາການ​ຂອງດວງ​ຕາ ເບື້ອງ​ຕົ້ນ​ມາ​ຝາກ​ວ່າ​ຫາກ​ເກີດ​ການ​ປ່ຽນ​ແປງ​ກັບດວງ​ຕາ ເຮົາ​ຈະ​ສ່ຽງ​ເປັນ​ພະຍາດ​ຫຍັງ​ໄດ້​ນຳ

ທ່ານໝໍ ​ແອນ​ຣິວ ໄອ​ວາ​ລີ ຮອງ​ສາດສະດາ​​ຈານ​ຄິ​ນິກ​ ທີ່​ມະຫາ​ວິທະຍາ​ໄລ   ​ແຄ​ລິ​ຟໍ​ເນຍ ​ຊານ​ຟານ​ຊິດ​ໂກ ປະເທດ​ສະ​ຫະລັດ​ອາເມ​ລິ​ກາ ຜູ້​ອຳ​ນວຍ​ການ​ສູນ ​ຕໍ້​ຫີນ​ແຫ່ງ​ ຊານ​ຟານ​ຊິດ​ໂກ ອະທິບາຍ​ເຖິງ​ລັກສະນະ​ດວງ​ຕາ​ຜິດ​ປົກກະຕິ​ວ່າ ​ອາດ​ສຳພັນ​ກັບ​ບາງ​ພະຍາດ​ດັ່ງ​ຕໍ່ໄປນີ້

  • ຕາ​ແດງ ຫາກ​ບໍລິເວນ​ເຍື່ອ​ຕາ​ຂາວ​ມີ​ເສັ້ນ​ເລືອດ​ນ້ອຍ​ໆ ຢູ່​ຫລາຍ ເມື່ອ​ເສັ້ນ​ເລືອດ​ເຫລົ່າ​ນີ້​ແຕກ ຕາ​ຈະ​ແດງກ່ຳ  ຈາກ​ການສຶກສາ ພົບ​ວ່າ​ອາການ​ຕາ​ແດງ​ໂດຍ​ບໍ່​ຮູ້​ສາ​ເຫດ ອາດ​ເປັນ​ສັນ​ຍານ​ຂອງ​ການ​ມີ​ພາ​ວະ​ຄວາມ​ດັນ​ເລືອດ​ສູງ ຫລື​ ບໍ່​ກໍ​ອາດ​ເກີດ​ຈາກ​ຄວາມ​ຜິດ​ປົກກະຕິ​ຂອງ​ເກັດ​ເລືອດ ຊຶ່ງ​ອາດ​ນຳ​ໄປ​ສູ່​ບັນຫາ​ເລືອດ​ຈັບ​ໂຕເປັນ​ກ້ອນໄດ້
  • ຕາ​ສວດ ຫາກ​ອາການ​ຕາ​ສວດ​ບໍ່​ໄດ້​ເປັນ​ໄປ​ຕາມ​ກຳມະພັນ ນັ້ນ​ອາດ​ໝາຍ​ເຖິງ​ກຳ​ລັງ​ ມີ​ບັນຫາ​ກ່ຽວກັບ ຮໍ​ໂມນ​ໄທ​ລອຍເຮັດວຽກ​ຜິດ​ປົກກະຕິ ຊຶ່ງ​ເຮັດໃຫ້​ເນື້ອ​ເຍື່ອ​ອ້ອມຮອບ ດວງ​ຕາ​ໂພງ​ຂຶ້ນ ຈົນ​ເຮັດໃຫ້​ຕາ​ດວງສວດ​ອອກ​ມາ
  • ສີ​ໃນຕາ​ປ່ຽນ​ໄປ ສີ​ໃນຕາ​ທີ່​ປ່ຽນ​ໄປ​ອາດ​ບົ່ງ​ບອກວ່າ ​ກຳ​ລັງ​ຖືກ​ຕໍ້​ຫີນ​ຄຸກຄາມ
  • ໜັງ​ຕາຕົກ ອາການ​ໜັງ​ຕາຕົກ ນອກ​ຈາກ​ຈະ​ເກີດ​ຈາກ​ອາຍຸ​ຫລາຍ​ແລ້ວ ໃນ​ບາງ​   ຄົນ ເປັນ​ອາການ​ຂອງ ມະ​ເຮັງ​ສະຫມອງ ຫລື​ ພະຍາດ​ກ້າມ​ເນື້ອ​ອ່ອນ​ແຮງ​ປະ​ເພດ​ໜຶ່ງ​ທີ່​ຈະ​ມີ​ອາການ​ໂດຍ​ສະເພາະ​ກ້າມ​ເນື້ອ​ນ້ອຍ​ໆ ບໍລິເວນ​ໜ້າ
  • ຕາ​ດຳ​ຜິດ​ປົກກະຕິ ຕາ​ດຳ​ທັງ​ສອງ​ເບື້ອງເຊືອກເຂົ້າຫາກັນ (ຍົກ​ເວັ້ນ​ໃນ​ບາງ​ຄົນ) ແລະ​ມັກ​ຈະ​ມີ​ຂະໜາດ​ເທົ່າ​ກັນ​ຕາມ​ທຳມະຊາດ ຕະຫລອດ​ຈົນ​ມີ​ປະຕິ​ກິ​ລິ​ຍາ​ຕອບສະຫນອງ​ຕໍ່​ແສງ​ຄືໆກັນ ຫາກ​ມີ​ຄວາມ​ຜິດ​ປົກກະຕິ​ເກີດ​ຂຶ້ນ ນັ້ນ​ອາດ​ບົ່ງບອກເຖິງ​ອາການ​ຂອງ​ພະຍາດ​ຫລອດ​ເລືອດ​ສະຫມອງ ເນື້ອ​ງອກ​ທີ່​ສະຫມອງ​ ຫລື ​ປະສາດ​ຕາ
  • ຕາ​ເຫລືອງ ອາການ​ຕາ​ເຫລືອງ​ເກີດ​ຈາກ​ກາ​ລວມ​ໂຕ​ກັນ​ຂອງ​ສານ​ ບິ​ລິ​ລູ​ບິນ ສານ   ​ສີ​ເຫລືອງ​ທີ່​ມີ​ຢູ່ໃນ​ນ້ຳບີ ຊຶ່ງ​ເມື່ອ​ມີ​ບັນຫາ​ກ່ຽວກັບ​ຕັບ ຜູ້​ປ່ວຍ​ຈະ​ມີ​ສານ​ ບິ​ລິ​ລູ​ບິນ ​ໃນ​ກະ​ແສ​ເລືອດ​ສູງ​ກວ່າ​ປົກກະຕິ ຊຶ່ງ​ເຮັດໃຫ້​ເຍື່ອ​ຕາ​ເປັນ​ສີ​ເຫລືອງ ອາການ​ຕາ​ເຫລືອງ​ນີ້​ ບົ່ງບອກວ່່າເປັນ​ພະຍາດ​ຕັບ​ອັກ​ເສບ ພະຍາດ​ຕັບ​ແຂງ

ມື້​ນີ້​ຢ່າ​ລືມ​ແຍງແວ່ນ ຫລື ​ເບີ່ງຕາ​ຄົນ​ໃກ້​ໂຕ ເຊັກ​ສຸຂະພາບ​ກັນ​ແນ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...