spot_img
HomeມູມໄອທີລາວFacebook ແກ້ໄຂບັນຫາຂ່າວປອມດ້ວຍການບໍ່ໃຫ້ປັບແກ້ Link preview ໃນເພສແລ້ວ

Facebook ແກ້ໄຂບັນຫາຂ່າວປອມດ້ວຍການບໍ່ໃຫ້ປັບແກ້ Link preview ໃນເພສແລ້ວ

Published on

Facebook ໃຊ້ຟີເຈີຣ Link Ownership ໃນການຕໍ່ສູ້ກັບຂ່າວປອມ ໂດຍເຈາະຈົງໄປທີ່ເວັບເພສທີ່ຕ້ອງເຜີຍແຜ່ຂໍ້ມູນຂອງຕົວເອງ ໂດຍສະເພາະເພສຂ່າວ,​ ຂ່າວກີລາ, ເພສບັນເທີງ ເພສຂໍ້ມູນປະເພດນີ້ມັກຈະມີການປັບແກ້ link preview ຫາກເພສໃດບໍ່ຕ້ອງການຢູ່ພາຍໃຕ້ເງື່ອນໄຂນີ້ ຫຼື ຕ້ອງການຮັກສາຄວາມສາມາດໃນການແກ້ໄຂໃນສ່ວນຂອ Link preview ໄດ້ຢູ່ ບໍ່ວ່າຈະເປັນໃນສ່ວນຂອງຫົວຂໍ້ຂ່າວ ຄຳບັນຍາຍ ຫຼື ພາບປະກອບໃນ Graph API ຫຼືໃນPage composer ຕ້ອງເຂົ້າໄປສະແດງຕົວຕົນໃນ Link Ownership ເພື່ອເຮັດໃຫ້ເພສນັ້ນໆໄດ້ຮັບການຢືນຢັນຕົວ ທັງນີ້ກໍ່ເພື່ອປ້ອງກັນເພສຂ່າວປອມແພ່ລະບາດ ເຊິ່ງກຳນົດວ່າວັນທີ 12 ກັນຍາ 2017ທີ່ຈະມາຮອດນີ້ ຟີເຈີຣນີ້ຈະສຳເລັດສົມບູນ ຫາກເພສໃດບໍ່ຢືນຢັນຕົວຕົນຈະຖືກກຳຈັດອອກ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...