spot_img
Homeຂ່າວເຫດການເປີດງານບຸນມະໂຫລານມິດຕະພາບ ລາວ-ຫວຽດນາມ ຄັ້ງທີ IV ທີ່ນະຄອນຫລວງວຽງຈັນ

ເປີດງານບຸນມະໂຫລານມິດຕະພາບ ລາວ-ຫວຽດນາມ ຄັ້ງທີ IV ທີ່ນະຄອນຫລວງວຽງຈັນ

Published on

ຂປລ. ສະມາຄົມມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້​ຮ່ວມເປີດງານບຸນມະໂຫລານມິດຕະພາບ ລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ຄັ້ງທີ IV ຂຶ້ນ ລະຫວ່າງວັນທີ 17-23 ກໍລະກົດ 2017ນີ້​ ທີ່​ຫໍ​ປະຊຸມ​ແຫ່ງຊາດ, ນະຄອນຫລວງ​ວຽງ​ຈັນ ໂດຍ​ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີຮອງປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການສະເຫລີມສະຫລອງປີສາມັກຄີພິເສດ ລາວ-ຫວຽດນາມສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກກຳມະການຄະນະປະຈຳຫົວໜ້າຄະນະຮັບຜິດຊອບ ສະມາຊິກສະພາແຫ່ງຊາດ ສສ ຫວຽດນາມປະທານສະມາຄົມຫວຽດນາມ-ລາວ​​ມີ​ບັນດາປະທານສະມາຄົມມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງທັງ​ສອງ​ຝ່າຍ​ເຂົ້າຮ່ວມ​.

ງານບຸນມະໂຫລານດັ່ງກ່າວ, ຄະນະຜູ້ແທນປະຊາຊົນຂອງສອງປະເທດ ຈະໄດ້ຮ່ວມຈັດກິດຈະກຳຫລາຍຢ່າງ ເພື່ອສະເຫລີມສະຫລອງປີສາມັກຄີພິເສດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ (5/9/1962-5/9/2017) ​ຊຶ່ງລາວ-ຫວຽດນາມ ມີສາຍພົວພັນມິດຕະພາບອັນດູດດື່ມຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານມາ​ແຕ່​ດົນ​ນານ ​ໂດຍ​ສາຍ​ພົວພັນ​ດັ່ງກ່າວ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍ ເຂົ້າສູ່ລວງເລິກ ກາຍເປັນມໍລະດົກອັນລ້ຳຄ່າເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດທັງເປັນໜຶ່ງ ໃນປັດ​ໄຈຕັດສິນໄຊຊະນະຂອງການປະຕິວັດ ຢູ່ແຕ່ລະປະເທດເຊິ່ງປັດຈຸບັນສາຍພົວພັນທີ່ຫາຍາກນັ້ນ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ລວງເລິກ ໂດຍໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມທັງເປັນການປະກອບ ສ່ວນເຂົ້າໃນພາລະກິດສັນຕິພາບສະຖຽນລະພາບການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ. ສາຍພົວພັນດັ່ງກ່າວ, ເປັນຄວາມເອກອ້າງທະນົງໃຈ ​ທັງແມ່ນມູນມໍລະດົກ ອັນລ້ຳຄ່າຂອງປະຊາຊົນສອງຊາດລາວ-ຫວຽດນາມ ຢ່າງ​ແທ້​ຈິງ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...