spot_img
Homeຂ່າວພາຍ​ໃນກອງໜ້າ ມຊ ຖືກຕັດສິດຫ້າມລົງການແຂ່ງບານເຕະ 2 ປີ ໂທດຖານທຳຮ້າຍກຳມະການ

ກອງໜ້າ ມຊ ຖືກຕັດສິດຫ້າມລົງການແຂ່ງບານເຕະ 2 ປີ ໂທດຖານທຳຮ້າຍກຳມະການ

Published on

  • ອີງຕາມບົດລາຍງານຂອງຜູ້ຄວບຄຸມການແຂ່ງຂັນ, ຜູ່ປະເມີນກຳມະການຕັດສິນ ແລະ ກຳມະການຕັດສິນໃນການແຂ່ງຂັນ ລາວພຣີເມຍລີກ 2017 ນັດທີ 38 ຄັ້ງວັນທີ 17/06/2017
  • ອີງຕາມການຕົກລົງເຫັນດີຂອງຄະນະກຳມະການລະບຽບວິໄນ ສະຫະພັນບານເຕະແຫ່ງຊາດລາວ
  • ອີງຕາມກອງປະຊຸມ ຄັ້ງວັນທີ 20/06/2017 ກ່ຽວກັບການໃສ່ລະບຽບວິໄນ ທ້າວ ກີຕ້າ ສີສະຫວາດ ເບີ 31 ນັກກິລາຂອງ ສະໂມສອນ ມະຫາວິທະຍາໄລແຫ່ງຊາດ (ມຊ) ທີ່ເຮັດຜິດວິໄນຕໍ່ກຳມະການຕັດສິນ ໃນການແຂ່ງຂັນ ລາວພຣີເມຍລີກ 2017 ໃນວັນທີ 17/06/2017 ນັດທີ 38 ເປັນການພົບກັນລະຫວ່າງ ສະໂມສອນ ລາວໂຕໂຢຕ້າ ພົບກັບ ສະໂມສອນ ມະຫາວິທະຍາໄລແຫ່ງຊາດ

ຄະນະກຳມະການລະບຽບວິໄນ ສະຫະພັນບານເຕະແຫ່ງຊາດ ມີຂໍ້ຕົກລົງດັ່ງນີ້:

ລົງວິໄນທ້າວ ກີຕ້າ ສີສະຫວາດ (ເບີ 31) ນັກກິລາຂອງສະໂມສອນ ມະຫາວິທະຍາໄລແຫ່ງຊາດ ຈາກທີ່ໄດ້ບັດແດງບໍ່ສາມາດລົງຮ່ວມແຂ່ງຂັນ 3 ນັດຢູ່ແລ້ວ ທາງຄະນະກຳມະການລະບຽບວິໄນ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຄົ້ນຄວ້າກ່ຽວກັບພຶດຕິກຳທີ່ບໍ່ດີຂອງຜູ່ກ່ຽວ ທີ່ໄດ້ເຂົ້າທຳຮ້າຍຮ່າງກຳມະການຕັດສິນທີ່ໜ້າກຽດທີ່ສຸດດ້ວຍການຢັນເຂົ້າໄປທີ່ກົກແຂນຫຼັງເນື່ອງຈາກບໍ່ພໍໃຈຕໍ່ຄຳຕັດສິນ, ພ້ອມນັ້ນໄດ້ຕົກລົງເປັນເອກະພາບກັນຕັດສິນບໍ່ໃຫ້ຜູ່ກ່ຽວເຂົ້າຮ່ວມການແຂ່ງຂັນບານເຕະທຸກໆລາຍການຂອງການແຂ່ງຂັນໃນ ສປປ ລາວ ເປັນເວລາ 2 ປີ, ນັບແຕ່ປີ 2018-2019.

ດັ້ງນັ້ນເພື່ອບໍ່ໃຫ້ເປັນແບບຢ່າງທີ່ບໍ່ດີຕໍ່ນັກກິລາຄົນອີ່ນ, ຈຶ່ງຂໍສະເຫນີໃສ່ວິໄນຜູ້ກ່ຽວຕາມມະຕິຕົກລົງສະບັບນີ້.

https://www.facebook.com/laopremierleague/videos/1479877175407284/?sw_fnr_id=4256749783&fnr_t=0

 

ແຫລ່ງຂ່າວ: Lao Premier League

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...