spot_img
Homeຂ່າວເຫດການລາວ-ຫວຽດນາມ ເປີດນຳໃຊ້ອາຄານດ່ານດາກຕະອອກ ຢູ່ແຂວງເຊກອງ

ລາວ-ຫວຽດນາມ ເປີດນຳໃຊ້ອາຄານດ່ານດາກຕະອອກ ຢູ່ແຂວງເຊກອງ

Published on

ຂປລ. ວັນທີ 12 ກໍລະກົດ 2017 ນີ້ ທີ່ດ່ານດາກຕະອອກເມືອງດາກຈຶງແຂວງເຊກອງ ໄດ້ຈັດພິທີມອບ-ຮັບ ແລະ ເປີດນຳໃຊ້ ໂຄງການກໍ່ສ້າງດ່ານດາກຕະອອກເມືອງດາກຈຶງແຂວງເຊກອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສີດາ ສຸວັນນະສາຍ ຮອງເຈົ້າແຂວງໆເຊກອງທ່ານ ຮວ່ຽນ ແຄ່ງ ຕວ່ານ ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນາມມີທ່ານ ຄຳແສງ ພົມມາແສງ ຫົວໜ້າກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດາໜັງ ພ້ອມຂະແໜງການກ່ຽວຂ້ອງທັງ ຝ່າຍເຂົ້າຮ່ວມ.

ທ່ານ ຫງວຽນ ຫິວ ຖັງ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງກວ່າງນາມ ໄດ້ລາຍງານວ່າ: ໂຄງການກໍ່ສ້າງດ່ານດາກຕະອອກ,ເມືອງດາກຈຶງ ແຂວງເຊກອງ ແມ່ນໂຄງການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມໂດຍແມ່ນທຶນຊ່ວຍເຫລືອລ້າ 100% ຈາກລັດຖະບານຫວຽດນາມ ໄດ້ອານຸມັດທຶນໃນເດືອນ ພຶດສະພາ ປີ 2014 ແລະ ມອບໃຫ້ແຂວງເຊກອງເປັນຜູ້ປະສານງານ,ຄຸ້ມຄອງໂຄງການຮ່ວມກັບ ສສ ຫວຽດນາມໂດຍສະເພາະກອງບັນຊາການທະຫານຊາຍແດນ ແຂວງກວາງນາມທີ່ເປັນເຈົ້າຂອງໂຄງການ.

ໂຄງການກໍ່ສ້າງດ່ານ ດາກຕະອອກ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນທັນວາປີ 2014 ໂດຍ ແມ່ນບໍລິສັດດ້າຍຮົງຟຸກ ເປັນຜູ້ຮັບ ເໝົາກໍ່ສ້າງມູນຄ່າທັງໝົດ 48 ຕື້ກວ່າດົ້ງ,ມີໄລຍະການກໍ່ສ້າງ ປີເປັນປະເພດອາຄານ ຊັ້ນຊົງລາວ ທີ່ມີເອກະລັກສະເພາະ ມີເນື້ອທີ່ໂຄງການທັງໝົດ 1.300 ແມັດ ເຊິ່ງປະກອບມີ ວຽກດິນຕັດດິນຖົມວຽກອາຄານດ່ານວຽກກໍ່ສ້າງຫ້ອງນ້ຳລວມນອກອາຄານວຽກພາກສະໜາມ-ສວນດອກໄມ້ລະບົບເສັ້ນທາງເບຕົງ ແລະ ຮອງລະບາຍນ້ຳວຽກຕິດຕັ້ງໝໍ້ແປງ ແລະ ລະບົບໄຟຟ້າ-ໄຟເຍືອງທາງ ແລະ ວຽກກໍ່ສ້າງປ່ອງກວດກາຄົນເຂົ້າ-ອອກເມືອງມາຮອດປະຈຸບັນໜ້າວຽກທັງໝົດ ແມ່ນກໍ່ສ້າງສຳເລັດແລ້ວ 100%.ໂຄງການນີ້ແມ່ນມີຄວາມໝາຍ ຄວາມສຳຄັນເປັນຢ່າງຍິ່ງລະຫວ່າງ ສອງຊາດລາວ-ຫວຽດນາມເພື່ອເປັນການອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນທັງສອງປະເທດ,ເວົ້າລວມ,ເວົ້າສະເພາະແມ່ນແຂວງເຊກອງ-ກວາງນາມ ໃນການໄປມາຫາສູ່ ແລກປ່ຽນຊື້ຂາຍສິນຄ້າງນຳກັນພ້ອມທັງເສີມຂະຫຍາຍ ການພົວພັນຮ່ວມມືຮອບດ້ານ ແລະ ຮັດແໜ້ນສາຍພົວພັນມິດຕະພາບ,ຄວາມສາມັກຄີແບບພິດເສດຂອງ ຊາດໃຫ້ຮຸ່ງເຮືອງສີວິໄລໄປພ້ອມໆກັນ,ທັງເປັນການກະກຽມຂຳນັບຮັບຕ້ອນ ວັນເຊັນສົນທິສັນຍາຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 40 ປີ (18 ກໍລະກົດ 1977-18 ກໍລະກົດ 2017 ) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ ( ກັນຍາ1962-5 ກັນາຍາ 2017 ) ໃຫ້ເປັນຂະບວນຟົດຟື້ນ.

ພ້ອມນີ້ ສອງຝ່າຍໂດຍ ທ່ານ ສີດາ ສຸວັນນະສາຍ ,ຮອງເຈົ້າແຂວງໆເຊກອງທ່ານ ຮວ່ຽນ ແຄ່ງ ຕວ່ານ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມໄດ້ຮ່ວມເຊັນບົດບັນທຶກຈໍານວນໜຶ່ງ. 

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...