ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ທາງການຂອງຈີນເປີດເຜີຍໃນວັນນີ້ ການຄ້າລະຫວ່າງຈີນກັບເກົາຫຼີເໜືອໃນຊ່ວງໄລຍະເຄິ່ງປີທຳອິດນັ້ນເພີ່ມຂຶ້ນຫຼາຍກວ່າ 10 ເປີເຊັນ ໂດຍທ່ານ Huang Songping ໂຄສົກກົມພາສີ-ອາກອນຂອງຈີນເປີດເຜີຍວ່າການຄ້າຂອງຈີນກັບເກົາຫຼີເໜືອນັບມີນັບເຕີບໂຕຂຶ້ນເປັນ 10.5 ເປີເຊັນ ມູນຄ່າກວ່າ 2.55 ພັນລ້ານໂດລາໃນຊ່ວງໄລຍະເວລາພຽງ 6 ເດືອນຕົ້ນປິ
ໃນຂະນະດຽວກັນຈີນໄດ້ນຳເຂົ້າສິນຄ້າຈາກເກົາຫຼີເໜືອຫຼຸດລົງ 13.2 ເປີເຊັນ ຕົກເປັນເງິນຢູ່ທີ່ 880 ລ້ານໂດລາ ສ່ວນການສົ່ງອອກສິນຄ້າໄປທີ່ເກົາຫຼີເໜືອນັ້ນເພີ່ມຂຶ້ນເຖິງ 29.1 ເປີເຊັນ ຕົກເປັນເງິນກວ່າ 1.67 ພັນລ້ານໂດລາ

