spot_img
Homeຂ່າວຕ່າງປະເທດອະດີດປະທານາທິບໍດີບຣາຊິນ ຖືກສານພິພາກສາຕັດອິດສະຫລະພາບ 10 ປີ ຂໍ້ຫາສໍ້ລາດບັງຫລວງ

ອະດີດປະທານາທິບໍດີບຣາຊິນ ຖືກສານພິພາກສາຕັດອິດສະຫລະພາບ 10 ປີ ຂໍ້ຫາສໍ້ລາດບັງຫລວງ

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 13 ກໍລະກົດນີ້ວ່າ ໃນມື້ວັນພຸດທີ 12 ກໍລະກົດຜ່ານມາ (ຕາມເວລາໃນທ້ອງຖິ່ນ) ສານບຣາຊິນ ໄດ້ພິພາກສາລົງໂທດ ທ່ານ ລູອິດ ອິນາຊິໂອ ລູລາ ດາ ຊິນບາ ອະດີດປະທານາທິບໍດີບຣາຊິນ ຊຶ່ງດຳລົງຕຳແໜ່ງສະໄໝທຳອິດເມື່ອປີ 2003 ດ້ວຍການຕັດອິດສະຫລະພາບ 10 ປີ ຈາກຄວາມຜິດໃນຂໍ້ຫາສໍ້ລາດບັງຫລວງ, ຄຳພິພາກສາໄດ້ລະບຸວ່າ ທ່ານ ລູລາ ມີຄວາມຜິດຮັບເງິນສິນບົນ ມູນຄ່າ 3.7 ລ້ານຣຽວ ຫລື ປະມານ 1.2 ລ້ານໂດລາ ຈາກບໍລິສັດ OAS SA ໂດຍໄອຍະການໄດ້ລະບຸວ່າ ບໍລິສັດດັ່ງກ່າວໄດ້ທຸ່ມງົບປະມານເພື່ອຕົບແຕ່ງອາພາດເມັ້ນແຄມຊາຍຫາດຫລັງໜຶ່ງ ໃຫ້ແກ່ທ່ານ ລູລາ ເພື່ອແລກກັບການຊ່ວຍເຫລືອຂອງທ່ານ ໃຫ້ໄດ້ຮັບສັນຍາຈາກບໍລິສັດນ້ຳມັນແຫ່ງລັດ ເປໂຕຣບາສ.

ແນວໃດກໍຕາມ, ເຖິງແມ່ນທ່ານ ລູລາ ຈະຍັງບໍ່ທັນໄດ້ເຂົ້າຄຸກ ເນື່ອງຈາກຈະມີການຕໍ່ສູ້ຄະດີໃນຂັ້ນອຸທອນ ແຕ່ຄຳພິພາກສາຂອງສານດັ່ງກ່າວ ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ທ່ານ ສຳລັບໂອກາດໃນການຫວນຄືນເຂົ້າສູ່ເວທີການເມືອງ ໂດຍເປັນທີ່ຄາດການຈາກນັກວິເຄາະໃນບໍ່ດົນມານີ້ວ່າ ທ່ານ ລູລາ ຈະເປັນຕົວເຕັງສຳຄັນ ໃນການຊະນະເລືອກຕັ້ງປະທານາທິບໍດີບຣາຊິນ ສະໄໝໜ້າ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...