ນັກລົງທຶນທຸ້ມ 2 ລ້ານກວ່າໂດລາ ປູກ-ລ້ຽງ-ສ້າງໂຮງງານປຸງແຕ່ງນົມງົວ ຢູ່ແຂວງເຊກອງ

ຂປລ. ນັກລົງທຶນຕ່າງປະເທດຕັດສິນໃຈລົງທຶນ 2 ລ້ານກວ່າໂດລາສະຫະລັດ ເຂົ້າໃນໂຄງການປູກຝັງລ້ຽງສັດຕັ້ງໂຮງງານປຸງແຕ່ງນໍ້ານົມງົວ ແລະ ສົ່ງເສີມປະຊາຊົນໃຫ້ມີສ່ວນຮ່ວມ.

ພິທີເຊັນສັນຍາໄດ້ຈັດຂຶ້ນ ໃນວັນທີ 11 ກໍລະກົດ 2017 ທີ່ແຂວງເຊກອງ, ເຊັນຕາງໜ້າແຂວງເຊກອງໂດຍ ທ່ານ ທອງຄໍາ ມະນີວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ແລະ ຕາງໜ້າໃຫ້ ບໍລິສັດ ລາວ F&F Organic ຮ່ວມທຸລະກິດຈໍາກັດ ໂດຍ ທ່ານ ເຈິ້ນ ສີ ຖິ້ງ ປະທານບໍລິສັດ ແລະ ເປັນສັກຂີພິຍານໂດຍ ທ່ານ ເຫຼັກໄຫຼ ສີວິ ໄລ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດຂັ້ນແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມເປັນສັກຂີພິຍານ.

ສໍາລັບສັນຍາພັດທະນາໂຄງການປູກຝັງລ້ຽງສັດສ້າງຕັ້ງໂຮງງານປຸງແຕ່ງນໍ້ານົມງົວ ແລະ ສົ່ງເສີມປະຊາຊົນ ໂດຍກໍານົດອາຍຸສັນຍາຂອງໂຄງການ ແມ່ນໄລຍະ 30 ປີ ສ່ວນການຈັດຕັ້ງປະຕິບັດໂຄງການ ແມ່ນນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ມູນຄ່າການລົງທຶນທັງໝົດ 2.500.000 ໂດລາສະຫະລັດ ໃນເນື້ອທີ່ທັງໝົດ 110 ເຮັກຕາ, ບໍລິສັດຮັບຜິດຊອບ 100% ໃນການຊອກຫາແຫລ່ງທຶນ ເພື່ອຕອບສະໜອງໃຫ້ແກ່ການດໍາເນີນໂຄງການ ຕາມມູນຄ່າການລົງທຶນ. ໃນນີ້ເຂດພັດທະນາການລົງທຶນປູກຝັງລ້ຽງສັດສ້າງຕັ້ງໂຮງງານປຸງແຕ່ງນໍ້ານົມ ແລະ ໂຄງການສົ່ງເສີມປະຊາຊົນແມ່ນ ຕິດພັນກັບການຊຸກຍູ້ໃຫ້ປະຊາຊົນ ສ້າງອາຊີບໝັ້ນຄົງ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ເຂດບ້ານຕິ້ວບ້ານປະຫືງບ້ານຈະນໍາ ແລະບ້ານອື່ນໆ ຂອງເມືອງລະມາມ ແຂວງເຊກອງ.
ພ້ອມດຽວກັນນີ້ ຍັງມີກິດຈະການລົງທຶນສໍາປະທານດິນປູກອ້ອຍສ້າງຕັ້ງໂຮງງານນໍ້າຕານປອດສານພິດ ແລະ ສົ່ງເສີມປະຊາຊົນໄດ້ກໍານົດໄວ້ ໃນສັນຍາສົ່ງເສີມໃຫ້ປະຊາຊົນປູກໃນເນື້ອທີ່ປະຊາຊົນ ແລະ ຖືເປັນສ່ວນໜຶ່ງຂອງສັນຍາ ໃນຄັ້ງນີ້ ໂດຍກໍານົດແຜນການດໍາເນີນໂຄງການແບ່ງອອກເປັນ ໄລຍະຄື: ໄລຍະການບຸກເບີກກໍ່ສ້າງອາຄານຕ່າງໆ ໃຊ້ເວລາ ປີ ແລະ ດໍາເນີນການປູກອ້ອຍ ໃຫ້ສໍາເລັດພາຍໃນປີທີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ແຫລ່ງຂ່າວ: ຂປລ