Homeຂ່າວການພັດທະນານິວຊີແລນ ຍິນດີຈະສືບຕໍ່ຊ່ວຍເຫລືອແຂວງຊຽງຂວາງ ດ້ານການທ່ອງທ່ຽວ ແລະ ພິພິທະພັນ

ນິວຊີແລນ ຍິນດີຈະສືບຕໍ່ຊ່ວຍເຫລືອແຂວງຊຽງຂວາງ ດ້ານການທ່ອງທ່ຽວ ແລະ ພິພິທະພັນ

Published on

ຂປລ. ​ໃນ​ໂອກາດ​ເຂົ້າ​ຢ້ຽມ​ຄຳນັບ ທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 11 ກໍລະກົດ 2017 ນີ້, ທ່ານ ຣອດຄໍເບັດ(Ross Corbett) ຊ່ຽວຊານ ໂຄງການທ່ອງທ່ຽວນີວຊີແລນ–ລາວ ​ໄດ້ເຫັນດີທີ່​ຈະສືບຕໍ່ຊ່ວຍເຫລືອດ້ານການທ່ອງທ່ຽວ ແລະ ຫໍພິພິທະພັນ ຢູ່​ແຂວງ​ຊຽງ​ຂວາງ ຈົນເຖິງເດືອນພຶດສະພາ ປີ 2020. ພ້ອມ​ທັງ​ຈະຄົ້ນຄວ້າ ຊ່ວຍເຫລືອດ້ານບຸກຄະລາກອນ ໂດຍການຈັດຝຶກອົບຮົມ ເພື່ອເຮັດໃຫ້ຫໍພິພິດຕະພັນ ແລະ ການທ່ອງທ່ຽວ ສາມາດກຸ້ມຕົນເອງແບບຍືນຍົງ.​​

ໂອກາດ​ນີ້, ທ່ານ​ເຈົ້າ​ແຂວງ​ຊຽງ​ຂວາງ ​ໄດ້​ໃຫ້​ຮູ້​ວ່າ: ໃນ​ໄລຍະຜ່ານມາ ນີວຊີແລ ໄດ້​ໃຫ້ການຊ່ວຍເຫລືອ ​ໃນຂົງເຂດວຽກງານເກັບກູ້ ແລະ ທຳລາຍລະເບີດທີ່ຕົກຄ້າງຢູ່ແຂວງຊຽງຂວາງ, ດ້ານສັດຕະວະແພດ, ການທ່ອງທ່ຽວ ແລະ ຫໍພິພິດຕະພັນ ລວມເປັນເງິນ 11 ລ້ານໂດລາສະຫະລັດ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...