spot_img
Homeຂ່າວທ້ອງຖິ່ນ"ເສົາຫລາ" ເປັນສັດທີ່ຫາຍາກທີ່ສຸດເຊິ່ງພົບໃນຊາຍແດນລາວ-ຫວຽດນາມເທົ່ານັ້ນ

“ເສົາຫລາ” ເປັນສັດທີ່ຫາຍາກທີ່ສຸດເຊິ່ງພົບໃນຊາຍແດນລາວ-ຫວຽດນາມເທົ່ານັ້ນ

Published on

ວັນເສົາຫລາສາກົນ ໄດ້ກຳນົດເປັນຄັ້ງທຳອິດໂດຍອົງການ WWF”, ເສົາຫລາເປັນສັດທີ່ຄົ້ນພົບພຽງແຫ່ງດຽວຂອງລະບົບນິເວດເຂດລຳນໍ້າເທີນສາຍພູຫຼວງ ຈຸດຊາຍແດນ ສປປລາວ ແລະ ສສຫວຽດນາມ – at 09 ກໍລະກົດ 2017 ເຂດປ່າສະຫງວນແຫ່ງຊາດ ແຂວງຄຳມ່ວນ ສປປລາວ

(1) ເສົາຫລາແມ່ນຄົ້ນພົບຫາຍາກທີ່ສຸດແມ່ນແຕ່ນັກວິທະຍາສາດພະຍາຍາມຄົ້ນຫາເພື່ອຈະເຫັນໂຕມັນໃນປ່າເລິກກໍ່ບໍ່ເຄີຍເຫັນ;
(2) ການພົບເຫັນເສົາຫລາຄັ້ງສຸດທ້າຍແມ່ນໃນປີ 2013 ຈາກກ້ອງດັກຖ່າຍຂອງອົງການ WWF ແລະ ເປັນຮູບຂອງເສົາຫລາທີ່ດັກຖ່າຍໄດ້ໃນຮອບ 15 ປີ;
(3) ພວກເຮົາຫັວງວ່າ ເສົາຫລາ ສັດໃນຕໍານານນີ້ຈະຍັງມີຊີວິຢູ່ໃນປ່າເລິກຂອງສາຍພູຫຼວງ ຊາຍແດນ ລາວ-ຫວຽດນາມ;
(4) ເສົາຫລາ, ສັດທີ່ຄົ້ນພົບໄດ້ຍາກ ແລະ ມີຢູ່ໃນ ສປປລາວ ແລະ ສສຫວຽດນາມເທົ່ານັ້ນ. ມັນມັກແຍກໂຕຢູ່ໂດດດ່ຽວໃນບໍລິເວນແຄບໆ ແລະ ຈຳກັດຢູ່ໃນເຂດສາຍພູຫຼວງ;
(5) ເສົາຫລາປຽບສະເໝືອນສັນຍາລັກຂອງສາຍພູຫຼວງ, ເຂດຊາຍແດນ ລາວ-ຫວຽດນາມ ແລະ ເປັນສັດໃນຕຳນານທີ່ຫຼາຍຄົນບໍ່ເຄີຍຮູ້ຈັກ ຫຼື ອາດຈະໄດ້ຍິນແຕ່ຊື່;
(6) ເສົາຫລາເປັນໜື່ງໃນສັດຫວງຫ້າມໃນ ສປປ ລາວ ແລະ ໄດ້ຂຶ້ນຢູ່ໃນບັນຊີແດງຂອງສັດທີ່ໃກ້ຈະສູນພັນທີ່ສູດ;
(7) ຄວາມໝາຍຂອງຄຳວ່າ “ເສົາຫລາ” ຕາມພາສາຂອງຊົນເຜົ່າໃນເຂດສາຍພູຫຼວງມີຄວາມໝາຍຄື: ເສົາສອງອັນຂອງຫລາເຂັນຝ້າຍ ເຊິ່ງຕັ້ງຂະໜານກັນຂຶ້ນ ແລະ ຊ່ວຍໃຫ້ກົງຫລາປິ່ນໃນເວລາເຂັນຝ້າຍໃຫ້ເປັນເສັ້ນ;
(8) ພວກເຮົາຕ້ອງສຶກສາ ແລະ ສ້າງຈິດສຳນຶກແກ່ສັງຄົມ ໃນການອະນຸລັກຮັກສາໃຫ້ເປັນມູນມໍລະດົກອັນລໍ້າຄ່າຂອງມວນມະນຸດ: “ບໍ່ຢາກຕາຍຜ່ອນສົ່ງ ຈົ່ງຢ່າຊື້ຢ່າກິນສັດປ່າ ແຖມດ້ວຍຟໍມາລິນ”.

ຮຽບຮຽງຂ່າວໂດຍ: ສຸຣິດົງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...