spot_img
Homeຂ່າວເຫດການປະທານສະພາແຫ່ງຊາດ ເຂົ້າຮ່ວມກິດຈະກຳ ປີສາມັກຄີມິດຕະພາບລາວ-ຫວຽດນາມ

ປະທານສະພາແຫ່ງຊາດ ເຂົ້າຮ່ວມກິດຈະກຳ ປີສາມັກຄີມິດຕະພາບລາວ-ຫວຽດນາມ

Published on

ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະໄດ້ຢ້ຽມຢາມ ແລະ ວາງພວງມາລາຢູ່ສຸສານ ປະທານ ໂຮ່ຈິມິນ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 4 ກໍລະກົດນີ້. ຈາກນັ້ນ ຄະນະຜູ້ແທນ ໄດ້ເດີນທາງໄປແຂວງເຊິນລາ ທາງພາກຕາເວັນຕົກສ່ຽງເໜືອ ຂອງ ສສ ຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2017. ໃນໂອກາດດັ່ງກ່າວ ສະຫາຍ ນາງ ປານີ ຢາທໍ່ຕູ້ ພ້ອມ ດ້ວຍຄະນະ ໄດ້ພົບປະກັບສະຫາຍ ຮວ່າງ ວັນ ເຈິດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງເຊິນລາ ພ້ອມດ້ວຍຄະນະ.

ສະຫາຍ ຮວ່າງວັນເຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນ ໃນທ່າມກາງບັນຍາກາດອັນເບີກບານມ່ວນຊື່ນແຫ່ງການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ- ຫວຽດນາມ, ຫວຽດນາມ-ລາວ ປີ 2017 ແລະ ໄດ້ລາຍງານກ່ຽວກັບຜົນສຳເລັດການພັດທະນາເສດຖະກິດ-ສັງຄົມຂອງແຂວງເຊິນລາ ພ້ອມທັງການກະກຽມໃຫ້ແກ່ການຈັດກິດຈະກຳຕ່າງໆ ຊຶ່ງຈະມີການປະດັບຫຼຽນໃຫ້ບັນດາການນຳຂອງແຂວງ ໃນຈຳນວນ 15 ແຂວງຂອງລາວ ປະກອບມີຫຼຽນໄຊເອກະລາດ ຊັ້ນ 2 ຈຳນວນ 11 ຫຼຽນ, ຫຼຽນໄຊເອກະລາດຊັ້ນ 3 ຈຳນວນ 14 ຫຼຽນ ແລະ ຫຼຽນໄຊແຮງງານຊັ້ນ 1 ຈຳນວນ 3 ຫຼຽນ, ນອກນັ້ນ ຍັງມີກິດຈະກຳແລກປ່ຽນວັດທະນະທຳ-ກິລາ ແລະ ພິເສດແມ່ນມີພິທີໄຂອານຸສອນສະຖານປະຕິວັດຫວຽດນາມ-ລາວ ຢູ່ແຂວງເຊິນລາ.

 

ແຫລ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...