spot_img
Homeຂ່າວທ້ອງຖິ່ນອັດຕະປື ຕິດຕາມການກໍ່ສ້າງບ້ານຈັດສັນ ທີ່ອອກຈາກຜົນກະທົບ ເຂື່ອນໄຟຟ້າເຊກະໝານ 1

ອັດຕະປື ຕິດຕາມການກໍ່ສ້າງບ້ານຈັດສັນ ທີ່ອອກຈາກຜົນກະທົບ ເຂື່ອນໄຟຟ້າເຊກະໝານ 1

Published on

ຂປລ. ​ເມື່ອບໍ່ດົນມານີ້ຄະນະກຳມະການກວດການຈັດສັນບ້ານ ທີ່ຖືກຜົນກະທົບຈາກເຄື່ອນໄຟຟ້າ ເຊກະໝານ 1 ເມືອງຊານໄຊ ແຂວງອັດຕະປື ໄດ້ລົງເຄື່ອນໄຫວ ຕິດຕາມການກວດກາ ການຈັດສັນ ແລະ ກິດຈະການກໍ່ສ້າງ ເຂດບ້ານຈັດສັນຫ້ວຍດຸມ ເພື່ອຍົກຍ້າຍປະຊາຊົນຈຳນວນ 3 ບ້ານ ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນໄຟຟ້າເຊກະໝານ 1 ຈຳນວນ 104 ຄອບຄົວ.

​            
ໂອກາດ
ນີ້​, ທ່ານຜູ້ອຳນວຍການບໍລິສັດ ເຂື່ອນໄຟຟ້າເຊກະໝານ 1 ​ໄດ້ໃຫ້ຮູ້ວ່າກິດຈະການກໍ່ສ້າງດັ່ງກ່າວ ໄດ້ເລີ່ມປະຕິບັດມາແຕ່ ກາງເດືອນກັນຍາ 2015 ເປັນຕົ້ນມາ, ຮອດປັດຈຸບັນ ແມ່ນໄດ້ຮັບການກໍ່ສ້າງ ແລ້ວຈຳນວນໜຶ່ງ ເປັນຕົ້ນກໍ່ສ້າງເຮືອນທີ່ຢູ່ອາໄສ ຂອງປະຊາຊົນສຳເລັດແລ້ວ 46 ຫລັງ ຂອງຈຳນວນທັງໝົດ 104 ຫລັງ, ກໍ່ສ້າງໂຮງຮຽນອະນຸບານ 1 ຫລັງ, ໂຮງຮຽນປະຖົມ 1 ຫລັງ, ໂຮງຮຽນ ມັດທະຍົມຕົ້ນ 1 ຫລັງ, ສຸສາລາ 1 ຫລັງ, ສ້າງສະໂມສອນບ້ານ 1 ຫລັງ, ລະບົບຕາຄ່າຍໄຟຟ້າ 22 ກິໂລໂວນ, ລະບົບເສັ້ນທາງພາຍໃນບ້ານ ໄດ້ຂຸດໜ້າພຽງສຳເລັດ 70%, ປູຢາງເສັ້ນທາງໄດ້ 680/1.477 ແມັດ, ລະບົບເສັ້ນທາງຈາກເຂື່ອນໄຟຟ້າ ຊານໄຊໄປຫາເຂດຈັດສັນກຳລັງປະຕິບັດ. ສ່ວນວຽກພື້ນ ແລະ ທໍ່ນໍ້າບັນລຸໄດ້ 70%, ລະບົບຄອງເໝືອງ ຈາກເຂື່ອນໄຟຟ້າເຊກະໝານໄປຫາເຂດຈັດສັນ ເທເປຕົງພື້ນຄອງໄດ້ 43%, ລະບົບສະໜອງນ້ຳດື່ມ ນຳໃຊ້ສຳເລັດເທເປຕົງພື້ນອ່າງເກັບນໍ້າ ແລະ ອ່າງກັ່ນ ຕອງນໍ້າປູທໍ່ສະໜອງນ້ຳໄດ້ 1.800/4050 ແມັດ ແລະ ກຳລັງປະຕິບັດການກໍ່ສ້າງສະໂຕໂດນ້ຳ, ຄາດວ່າຈະສຳເລັດ ການກໍ່ສ້າງພາຍໃນ ເດືອນກໍລະກົດ ປີ 2017.

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...