Homeຂ່າວການສຶກສານ້ຳເທີນ 2 ມອບທຶນໃຫ້ນັກຮຽນລາວ 3 ຄົນ ໄປສຶກສາຕໍ່ຢູ່ປະເທດຝຣັ່ງ

ນ້ຳເທີນ 2 ມອບທຶນໃຫ້ນັກຮຽນລາວ 3 ຄົນ ໄປສຶກສາຕໍ່ຢູ່ປະເທດຝຣັ່ງ

Published on

ຂປລ. ນັກ​ຮຽນລາ​ວ ຈຳນວນ 3 ຄົນ​ທີ່ຮຽນຈົບມັດ​ທະ​ຍົມ​ຕອນ​ປາຍ (ມ7) ຈາກ​ໂຮງຮຽນ​ ມສ ວຽງ​ຈັນ ​ແລະ ​ໂຮງຮຽນ​ມັດທະຍົມ​ຝຣັ່ງ ​ໄດ້​ຮັບ​ທຶນ​ໄປ​ສຶກສາ​ຕໍ່ວິຊາ​ຊີບ ຢູ່​ມະຫາວິທະຍາ​ໄລ​ດ້ານ​ເຕັກ​ໂນ​ໂລ​ຊີ ທີ່​ມີ​ຊື່​ສຽງ ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂອງປະ​ເທດ​ຝຣັ່ງ ​ເປັນ​ເວລາ 2 ປີ ພາຍ​ໃຕ້​ບໍລິສັດ​​ໄຟຟ້ານ້ຳ​ເທີນ 2 ​ໃຫ້​ທຶນ​ສະໜັບສະໜູນ. ​

ພິທີ​ເຊັນ​ສັນຍາ​ມອບ​ທຶນ​ດັ່ງ​ກ່າວ ​ໄດ້​ຈັດຂຶ້ນ​ໃນ​ວັນ​ທີ 6 ກໍລະກົດ 2017 ນີ້ ລະຫວ່າງ​ ທ່ານ ນາງ ໂກຣດີນ ເລີດູ​ ເອກ​ອັກຄະ​ລັດຖະທູດ​ຝຣັ່ງ ປະຈໍາລາວ ​ແລະ ທ່ານ ​ເຟຣ​ເດຣິກ ອອບຟ໌ ຜູ້ອຳນວຍການ​ໃຫຍ່​ ບໍລິສັດ​ໄຟຟ້າ​ນ້ຳ​ເທີນ 2 ​ໂດຍ​ມີ​ພາກສ່ວນ​ກ່ຽວຂ້ອງ​ທັງສອງ​ຝ່າຍ ​ເຂົ້າ​ຮ່ວມ​ເປັນ​ສັກ​ຄີ​ພິຍານ.

ນັກຮຽນ​ທີ່​ໄດ້​ຮັບ​ທຶນ ​ໄປ​ສຶກສາຕໍ່ຢູ່​ປະ​ເທດ​ຝຣັ່ງ​ໃນ​ຄັ້ງ​ນີ້ ຈະ​ໄດ້​ອອກ​ເດີ​ນທາງ​ ໃນ​ວັນ​ທີ 21 ກໍລະກົດ 2017 ນີ້, ພາຍຫລັງ​ທີ​ຮຽນ​ຈົບ​ມາ​ແລ້ວ ຈະ​ໄດ້​ມີ​ໂອກາດ​ເຂົ້າ​ເຮັດ​ວຽກ​ກັບ​ບໍລິສັດໄຟຟ້ານ້ຳ​ເທີນ 2. ​ໂຄງການ​ໃຫ້​ທຶນ​ການ​ສຶກສາ​ດັ່ງກ່າວ ​ແມ່ນ​ເລີ່​ມມາ​ແຕ່​ປີ 2015 ​ໂດຍ​ມີ​ນັກຮຽນ​ນັກ​ສຶກສາ​ຈໍານວນ​ 7 ຄົນ ​ເຊິ່ງ ປັດຈຸບັນ​ນີ້ ນັກ​ສຶກສາ​ເຫລົ່າ​ນັ້ນ ​ພວມ​ສຶກສາ​ຮໍ່າຮຽນ​ໃນ​ປະ​ເທດ​ຝຣັ່ງ. ທຶນ​ດັ່ງກ່າວເປັນ​ການ​ປະກອບສ່ວນ ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ບຸກຄະລາ​ກອນ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ ຂອງ​ອຸດສາຫະກຳ​ພະລັງງານ ​ແລະ ອື່ນໆ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...