Homeຂ່າວຕ່າງປະເທດຜູ້ນຳຟິລິບປິນຈະສັ່ງຈຳຄຸກຜູ່ທີ່ວິຈານນະໂຍບາຍກົດອາຍາການເສິກທີ່ໃຊ້ໃນເກາະ ມິນດາເນົາ

ຜູ້ນຳຟິລິບປິນຈະສັ່ງຈຳຄຸກຜູ່ທີ່ວິຈານນະໂຍບາຍກົດອາຍາການເສິກທີ່ໃຊ້ໃນເກາະ ມິນດາເນົາ

Published on

ຜູ່ນຳຟິລິບປິນກ່າວສູນທໍລະພົດຈະສັ່ງຈຳຄຸກບຸກຄົນທີ່ວິຈານນະໂຍບາຍກົດອາຍາການເສິກທີ່ໃຊ້ຢູ່ໃນພື້ນທີ່ພາກໃຕ້ ເພື່ອປາບປາມກຸ່ມລັດອິສລາມ ຫຼື IS ທີ່ເກາະ ມິນດາເນົາ.

ຜູ່ນຳຟິລິບປິນເຫັນວ່າ ຟິລິບປິນສາມາດຫາລື ຫຼື ເຮັດຂໍ້ຕົກລົງປານີປານອມສິ່ງອື່ນໆໄດ້ ແຕ່ຕ້ອງບໍ່ປ່ອຍໃຫ້ຜນປະໂຫຍດຂອງປະເທດຢູ່ເທິງຄວາມສ່ຽງ ທັງນີ້ ປະທານາທິບໍດີ ດູເຕີເຕ ປະກາດໃຊ້ກົດອາຍາການເສິກທີ່ເກາະມິນດາເນົາ ເມື່ອທ້າຍເດືອນ ພຶດສະພາ ເພື່ອປາບປາມໄພຄຸກຄາມຈາກກຸ່ມລັດອິສລາມ ຫຼື IS ທີ່ກຳລັງເພີ່ມຂຶ້ນຢ່າງໄວວາ ຂະນະທີ່ກອງກຳລັງລັດຖະບານຍັງຄົງຖິ້ມລະເບີດທາງອາກາດ ແລະ ໃຊ້ກອງກຳລັງພາກພື້ນດິນເດີນໜ້າປາບປາມກຸ່ມນິຍົມແນວທາງຮຸນແຮງ ເຊິ່ງກຳລັງເຂົ້າຍຶດຄອງເມືອງ ມາລາວີ ຕອນນີ້ມີຜູ່ເສຍຊີວິດແລ້ວ 400 ຄົນ ແລະ ອົບພະຍົບອອກຈາກພື້ນທີ່ກວ່າ 400,000 ຄົນ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...