Homeຂ່າວຕ່າງປະເທດຈີນສົ່ງອາວຸດປືນຫຼາຍພັນກະບອກຊ່ວຍຟິລິບປິນປາບປາມກຸ່ມຕິດອາວຸດເມົາເຕ

ຈີນສົ່ງອາວຸດປືນຫຼາຍພັນກະບອກຊ່ວຍຟິລິບປິນປາບປາມກຸ່ມຕິດອາວຸດເມົາເຕ

Published on

ສຳນັກຂ່າວຕ່າງປະເທດລາຍງານ ຈາກນະຄອນຫຼວງ ມະນິລາ ປະເທດ ຟິລິບປິນ ເມື່ອວັນທີ 29 ມິຖຸນາວ່າ ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ກ່າວລະຫວ່າງພິທີມອບຮັບອາວຸດປີນຈາກຈີນຈຳນວນ ຫຼາຍພັນກະບອກ ແລະ ລູກປືນອີກຈຳນວນຫລາຍ ລວມມູນຄ່າປະມານ 7.35 ລ້ານໂດລາ ເມື່ອວັນພຸດທີ່ຜ່ານມາ ນີ້ຖືວ່າເປັນການເປີດສາກຄວາມສຳພັນລະຫວ່າງສອງປະເທດ ແລະ ກ່າວອີກວ່າມັນເປັນເລື່ອງດີຫຼາຍ ທີ່ມີ “ມິດທີ່ດີທີ່ສຸດ” ແບບຈີນ ເຊິ່ງມີຄວາມເຂົ້າໃຈເປັນຢ່າງດີຕໍ່ສະພາບເຫດການໃນຟິລິບປິນ

ດ້ານທ່ານ ຈ້າວ ຈ້ຽນຫົວ ເອອັກຄະຣາຊາທູດຈີນປະຈຳນະຄອນຫຼວງມະນິລາ ກ່າວວ່າອາວຸດດັ່ງກ່າວນີ້ເປັນພຽງຊຸດທຳອິດເທົ່ານັ້ນ ແລະ ຊຸດທີສອງຈະເດີນທາງມາຮອດຟິລິບປິນພາຍໃນໄລຍະມໍ່ໆນີ້ ເພື່ອສະໜັບສະໜູນກອງທັບຟິລິບປິນໃນພາລະກິດຂັບໄລ່ກຸ່ມກະບົດເມົາເຕອອກຈາກເມືອງ ມາຣາວີ ທີ່ເກາະມິນດາເນົາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...