Homeສຸຂະພາບ ແລະ ສີ່ງແວດລ້ອມອາການຂອງຄົນທີ່ມີຄວາມສ່ຽງຈະເປັນເນື້ອງອກໃນສະໝອງ

ອາການຂອງຄົນທີ່ມີຄວາມສ່ຽງຈະເປັນເນື້ອງອກໃນສະໝອງ

Published on

ໂຣກເນື້ອງອກໃນສະໝອງບໍ່ແມ່ນເລື່ອງທີ່ໄກຕົວ ໂດຍສະເພາະຄົນທີ່ມັກມີອາການປວດຫົວຮຸນແຮງ ຮ່ວມກັບມີອາການປວດຮາກ, ຮາກ ຕ້ອງລະວັງໄວ້ໃຫ້ດີ ໃນຄໍລຳ ສຸຂະພາບມື້ນີ້ ແອັດມິນເລີຍມີອາການສ່ຽງທີ່ຈະເປັນເນື້ອງອກໃນສະໝອງມາຝາກ ເຊິ່ງຈະມີອາການແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ

ອາການຂອງຄົນທີ່ເປັນເນື້ອງອກໃນສະໝອງເຮົາສາມາດສັງເກດໄດ້ດັ່ງລຸ່ມນີ້: 
– ມີອາການປວດຫົວຮຸນແຮງຊ້ຳເຮື້ອ ໂດຍສະເພາະປວດຫົວຕອນເຊົ້າຕອນຕື່ນນອນໃໝ່ໆ ພໍຮອດຕອນສວາຍອາການຈະດີຂຶ້ນ ລະດັບຄວາມຮຸນແຮງຂອງອາກາປວດຫົວນັ້ນຈະຄ່ອຍເພີ່ມຂຶ້ນທຸກໆມື້ ບາງຄົນອາດຕື່ນຂຶ້ນຕອນເດິກ ກິນຢາໃສ່ກໍ່ບໍ່ເຊົາປວດ
– ຮາກ ຢູ່ດີໆກໍ່ຮາກອອມາແບບບໍ່ປວດຮາກກໍ່ຮາກເອງ
– ຕາມົວ ຜູ່ປ່ວຍຈະເບິ່ງເຫັນພາບຊ້ອນ ຄວາມສາມາດໃນການເບິ່ງແຄບລົງ ດ້ານຂ້າງຈະເບິ່ງບໍ່ເຫັນ
– ມີອາການຊັກກະຕຸກ ຈົນເຖິງຂັ້ນໝົດສະຕິ
– ກ້າມເນື້ອອ່ອນແຮງຕັ້ງແຕ່ໃບໜ້າຮອດແຂນ, ຂາ, ລີ້ນແຂງ, ໜ້າຊາ, ເວົ້າບໍ່ຊັດ, ຖ່າຍເອງບໍ່ໄດ ຫຼື ມີອາການຊາສະເພາະບາງຈຸດ ຮ່ວມກັບມີອາການສັບສົນ ຄວາມຈຳຜິດປົກກະຕິ ແລະ ໝົດສະຕິແບບກະທັນຫັນ

ອາການປວດຫົວບໍ່ແມ່ນສິ່ງຕ້ອງເບິ່ງຂ້າມ ບາງເທື່ອເຮົາຄິດວ່າເລື່ອງເລັກນ້ອຍ ແຕ່ມັນອາດຈະກາຍເປັນເລື່ອງທີ່ອັນຕະລາຍຮອດຊີວິດໄດ້

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...