Homeຂ່າວຕ່າງປະເທດສະຫະລັດອາເມລິກາຂາຍເຮືອບິນຮົບນັກ 10 ລຳ ໃຫ້ກາຕາ

ສະຫະລັດອາເມລິກາຂາຍເຮືອບິນຮົບນັກ 10 ລຳ ໃຫ້ກາຕາ

Published on

ເວັບໄຊເດິກາດຽນ ລາຍງານເມື່ອວັນທີ 15 ມິຖຸນາ 2017 ວ່າ ສະຫະລັດໄດ້ລົງນາມຂໍ້ຕົກລົງຂາຍເຮືອບິນຮົບ F-15 ຈຳນວນ 10 ລຳ ມູນຄ່າກວ່າ 12,000 ລ້ານໂດລາ ໃຫ້ກັບກາຕາເມື່ອວັນທີ 14 ມິຖຸນາ ທີ່ຜ່ານມາ ໂດຍຂໍ້ຕົກລົງດັ່ງກ່າວມີຂຶ້ນຫຼັງ ໂດນັລ ທຣັມ ໂຈມຕີວ່າ ກາຕາ ສະໜັບສະໜູນການກໍ່ການຮ້າຍໄດ້ພຽງບໍ່ພໍເທົ່າໃດມື້

ລາຍງານລະບຸວ່າຂໍ້ຕົກລົງດັ່ງກ່າວເປັນການຫັກມຸມຂອງນະໂຍບາຍທາງການທູດຂອງສະຫະລັດທີ່ຂັດແຍ້ງກັບຕົວເອງ ໃນຫົວຂໍ້ກ່ຽວກັບວິກິດການທາງການທູດຂອງກາຕາ ເຊິ່ງເປັນປະເທດທີ່ຖືກເພື່ອນບ້ານຕັດຄວາມສຳຄັນຢ່າງເດັດຂາດ.

ດ້ານກະຊວງປ້ອງກັນປະເທດສະຫະລັດລະບຸວ່າ ການຂາຍເຮືອບິນຮົບດັ່ງກ່າວຈະເພີ່ມຄວາມຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງສະຫະລັດ ແລະ ກາຕາ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດທັງສອງຊາດໄດ້ຫາລືກ່ຽວກັບປະຕິບັດການຕໍ່ຕ້ານກຸ່ມກອງກຳລັງລັດອິສລາມ ຮວມເຖິງຄວາມສຳຄັນໃນການຫຼຸດຄວາມເຄັ່ງຮ້ອນໃນແຫລມສະໝຸດອາຫຼັບອີກດ້ວຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...