Homeຂ່າວຕ່າງປະເທດເຮືອບິນຂັບໄລ່ຮອກ 108 ຂອງກອງທັບອາກາດມາເລເຊຍ ສູນຫາຍ

ເຮືອບິນຂັບໄລ່ຮອກ 108 ຂອງກອງທັບອາກາດມາເລເຊຍ ສູນຫາຍ

Published on

ເຮືອບິນຂັບໄລ່ຮອດ 108 ຂອງກອງທັບອາກາດມາເລເຊຍສູນຫາຍໃນບໍລິເວນພື້ນທີ່ເຊື່ອມຕໍ່ລະຫວ່າງລັດປະຫັງ ແລະ ລັດຕຣັງການູຂອງມາເລເຊຍ ເມື່ອເວລາ 11.30 ນາທີ ຕາມເວລາທ້ອງຖິ່ນຂອງວັນພະຫັດທີ 15 ມິຖຸນາ 2017 ຈາກການເປີດເຜີຍຂອງກອງທັບອາກາດມາເລເຊຍທີ່ແຈ້ງໃນລາຍລະອຽດ ໂດຍປັດຈຸບັນນີ້ກອງທັບອາກາດມາເລເຊຍໄດ້ເຮັດການຄົ້ນຫາ ແລະ ກູ້ໄພເຮືອບິນຂັບໄລ່ລຳນີ້ ຢ່າງໃດກໍ່ດີໃນລາຍງານຂອງເວັບໄຊແຊນແນລນິວສ໌ເອເຊຍບໍ່ໄດ້ລະບຸຢ່າງຊັດເຈນວ່າມີນັກບິນຢູ່ໃນເຮືອບິນລຳດັ່ງກ່າວນີ້ຈັກຄົນ.

ດ້ານທ່ານ ຮີຊຳມຸດດິນ ຮຸສເຊນ ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ທະວິດຂໍ້ຄວາມສະແດງຄວາມກັງວົນຕໍ່ສະພາບເຫດການທີ່ເກີດຂຶ້ນ ພ້ອມພາວະນາໃຫ້ນັກບິນຢູ່ເຮືອບິນຂັບໄລ່ປອດໄພ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...