spot_img
Homeຂ່າວຕ່າງປະເທດຕຶກສູງ 27 ຊັ້ນໄໝ້ທັງຕຶກທີ່ລອນດອນ ມີຄົນຕິດຢູ່ທາງໃນເປັນຈຳນວນຫຼາຍ

ຕຶກສູງ 27 ຊັ້ນໄໝ້ທັງຕຶກທີ່ລອນດອນ ມີຄົນຕິດຢູ່ທາງໃນເປັນຈຳນວນຫຼາຍ

Published on

ເກີດເຫດໄຟໄໝ້ເກຣນເຟລທາວເວີ ເຊິ່ງເປັນອາຄານທີ່ພັກສູງ 27 ຊັ້ນ ທີ່ມີອາຍຸກວ່າ 43 ປີ ຕັ້ງຢູ່ທາງຕະເວັນຕົກຂອງນະຄອນຫຼວງລອນດອນ ປະເທດອັງກິດ ໃນຕອນເຊົ້າວັນທີ 14 ມິຖຸນາ 2017 ຕາມເວລາທ້ອງຖິ່ນ ຂະນະທີ່ເຈົ້າໜ້າທີ່ດັບເພີງກວ່າ 200 ຄົນ ແລະ ລົດດັບເພີງ 40 ຄັນ ເຂົ້າໄປໃນພື້ນທີ່ເກີດເຫດ ແຕ່ຍັງບໍ່ມີທ່າທີວ່າຈະສາມາດຄວບຄຸມເຫດການໄດ້ ເພາະເປວໄຟໄດ້ລຸກລາມໄປທົ່ວທັງອາຄານຈາກຊັ້ນລຸ່ມຈົນຮອດຊັ້ນປາຍໆຂອງຕຶກ ຈົນເຮັດໃຫ້ເກີດຄວາມກັງວົນຢ້ານຕຶກດັ່ງກ່າວຖະລົ່ມລົງມາ

ເຈົ້າໜ້າກ່າວວ່າເປວໄຟໄດ້ລຸກໄໝ້ຈາກຊັ້ນ 2 ຮອດຊັ້ນທີ 27 ຂະນະທີ່ຜູ່ສື່ຂ່າວທີ່ລົງພື້ນທີ່ເຜີຍວ່າ ເຖິງແມ່ນວ່າຈະຢືນລາຍງານຂ່າວຫ່າງຈາກຈຸດເກີດເຫດເຖິງ 100 ແມັດ ແຕ່ບໍລິເວນໃກ້ຄຽງຍັງເຕັມໄປດ້ວຍຄັວນໄຟທີ່ພັດປິວໄປທົ່ວ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...