spot_img
Homeຂ່າວຕ່າງປະເທດສະຫະລັດຊ່ວຍຟິລິບປິນສູ້ກັບກຸ່ມກໍ່ການຮ້າຍເມົາເຕ້

ສະຫະລັດຊ່ວຍຟິລິບປິນສູ້ກັບກຸ່ມກໍ່ການຮ້າຍເມົາເຕ້

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນິລາ ປະເທດ ຟິລິບປິນ ເມື່ອວັນທີ 10 ມິຖຸນາ 2017 ວ່າ ສະຖານທູດອາເມລິກາປະຈຳນະຄອນຫຼວງມະນິລາ ລາຍງານເມື່ອວັນເສົາ ວ່າ ໜ່ວຍຮົບພີເສດຂອງກອງທັບສະຫະລັດເຂົ້າຮ່ວມປະຕິບັດການທາງການທະຫານໃນເມືອງມາຣາວີ ທີ່ເກາະມິນດາເນົາ ທາງພາກໃຕ້ຂອງຟິລິບປິນ ເພື່ອໃຫ້ຄວາມຊ່ວຍເຫຼືອເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງລັດ ໃນການປາບປາມກຸ່ມຕິດອາວຸດເມົາເຕ້ ເຊິ່ງຍັງຄົງຢຶດຄອງພື້ນທີ່ບາງສ່ວນຂອງເມືອງເອົາໄວ້ຢ່າງໜຽວແໜ້ນ ຕັ້ງແຕ່ທ້າຍເດືອນທີ່ຜ່ານມາ

ຢ່າງໃດກໍ່ຕາມ ລາຍງານຂອງສະຖານທູດສະຫະລັດບໍ່ໄດ້ຊີ້ແຈງລາຍລະອຽດວ່າກອງທັບສະຫະລັດເຂົ້າໄປມີສ່ວນຮ່ວມກັບສະຖານະການໃນເມືອງມາຣາວີເທື່ອ ໂດຍໄດ້ລະບຸພຽງວ່າການດຳເນີນການເປັນໄປຕາມການຂໍຮ້ອງຈາກລັດຖະບານຟິລິບປິນ ຂະນະທີ່ສື່ທ້ອງຖິ່ນລາຍງານການພົບເຫັນເຮືອບິນປາບເຮືອດຳນ້ຳແບບ “ພີ-3 ໂອໄຣອອນ” ລຳໜຶ່ງບິນໃນເຂດນ່ານຟ້າເມືອງມາຣາວີ ເມື່ອວັນສຸກທີ່ຜ່ານມາ ແຕ່ຍັງບໍ່ພົບເຫັນຄວາມເຄື່ອນໄຫວຂອງທະຫານອາເມລິ ກາໃນພາກພື້ນດິນ ຂະນະທີ່ໂຄສົກກອງທັບຟິລິບປິນກ່າວວ່າ ຄວາມຊ່ວຍເຫຼືອຈາກສະຫະລັດກ່ຽວຂ້ອງສະເພາະໃນທາງເທັກນິກເທົ່ານັ້ນ.

ວິດີໂອຈາກ: ABS-CBN News

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...