spot_img
Homeຂ່າວການພັດທະນາຂົວຂ້າມນໍ້າຂອງລະຫວ່າງແຂວງໄຊຍະ-ວຽງຈັນ ໄດ້ສຳເລັດແລະພ້ອມເປີດໃຊ້ທ້າຍເດືອນນີ້

ຂົວຂ້າມນໍ້າຂອງລະຫວ່າງແຂວງໄຊຍະ-ວຽງຈັນ ໄດ້ສຳເລັດແລະພ້ອມເປີດໃຊ້ທ້າຍເດືອນນີ້

Published on

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ບ້ານນາສັກ ເມືອງປາກລາຍ ແຂວງໄຊຍະບູລີ ຫາບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນຈະເປີດໃຫ້ບໍລິການໄດ້ຢ່າງເປັນທາງການໃນທ້າຍເດືອນນີ້.

ການກໍ່ສ້າງຂົວດັ່ງກ່າວສຳເລັດ ເປັນຜົນສຳເລັດຂອງແຜນພັດທະນາພື້ນຖານໂຄງລ່າງຂອງປະເທດ, ສ້າງຄວາມສະດວກສະບາຍໃຫ້ແກ່ການຄົມມະນາຄົມ, ຂົນສົ່ງ, ການຄ້າຂາຍ ກໍຄືການໄປມາຫາສູ່ຂອງປະຊາຊົນລະຫວ່າງແຂວງໄຊຍະບູລີແລະແຂວງວຽງຈັນ ກໍຄືປະເທດເພື່ອນບ້ານ. ຂົວດັ່ງກ່າວມີຄວາມຍາວ 365 ແມັດ, ກວ້າງ 11.4 ແມັດ, ມີສອງຊ່ອງຈະລາຈອນ, ມີທາງຄົນຍ່າງສອງເບື້ອງ ເບື້ອງລະ 1.5 ແມັດ. ໄດ້ເລິ່ມລົງມືກໍ່ສ້າງມາແຕ່ປີ 2012 ດ້ວຍມູນຄ່າທັງໝົດ 189.14 ຕື້ກີບ ໃນນັ້ນ ເປັນທຶນຊ່ວຍເຫຼືອລ້າຈາກລັດຖະບານໂຮນລັງ 28.12 ກວ່າຕື້ກີບ ແລະເປັນທຶນຂອງລັດທະບານລາວ 161.01 ກວ່າຕື້ກີບ.

ຮູບດ້ານເທິງຂອງຂົວຂ້າມແມ່ນໍ້າຂອງ ລະຫວ່າງແຂວງໄຊຍະບູລີ-ແຂວງວຽງຈັນ ຮູບ: ຂ່າວສານປະເທດລາວ

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

img2

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...