spot_img
Homeຊີວິດແລະຄວາມຮັກລັກສະນະລູກຜູ້ຊາຍຕົວຈິງທີ່ແມ່ຍິງທັງໂລກຕ້ອງການ

ລັກສະນະລູກຜູ້ຊາຍຕົວຈິງທີ່ແມ່ຍິງທັງໂລກຕ້ອງການ

Published on

ຄຳວ່າລູກຜູ້ຊາຍຕົວຈິງ ບໍ່ໄດ້ໝາຍເຖິງຜູ້ຊາຍທີ່ເກັ່ງເລື່ອງການຕ່ອຍຕີແຕ່ຢ່າງດຽວ ແລະ ບໍ່ແມ່ນຜູ້ຊາຍປະເພດມັກໃຊ້ແຕ່ອາລົມ, ມັກໃຊ້ກຳລັງ ມັກໂຊພະລັງວ່າຄົວເອງເຂັ້ມແຂງເໜືອສິ່ງໃດ ແລະ ບໍ່ແມ່ນຜູ້ຊາຍປະເພດມັກຫຼິ້ນກິນທ່ຽວ ແລະ ເສບຕິດຂອງມຶນເມົາ ແຕ່ຄຳວ່າ “ລູກຜູ້ຊາຍຕົວຈິງ” ທີ່ສາວໆທົ່ວໂລກຕາມຫາ ແລະ ໄຝ່ຝັນຍາກໄດ້ມາເປັນຄູ່ຄອງນັ້ນ ຕ້ອງມີລັກສະນະດັ່ງຕໍ່ໄປນີ້:

  1. ເປັນຜູ້ຊາຍທີ່ມີອາລົມໝັ້ນຄົງ ສະຫຼາດໃນການຄວບຄຸມອາລົມ
  2. ເປັນແຟນທີ່ໜ້າຮັກເມື່ອຄົບກັບໃຜແລ້ວຈະບໍ່ໄປສົນໃຈກັບຍິງຄົນອື່ນໃນທາງຊູ້ສາວອີກ
  3. ເຄົາລົບ ແລະ ໃຫ້ກຽດຍິງຄົນຮັກ ແລະ ຄົນອື່ນໆ ທັງດ້ານຄວາມຄິດເຫັນ, ຄຳເວົ້າ ແລະ ການກະທຳ
  4. ບໍ່ສະແດງຕົວວ່າຕົນເອງເກັ່ງຢູ່ຝ່າຍດຽວ
  5. ບໍ່ເຮັດໃຫ້ຍິງຄົນຮັກເສຍໃຈບໍ່ວ່າຈະເປັນຄຳເວົ້າ ຫຼື ການກະທຳ
  6. ມີລັກສະນະເປັນຜູ້ນຳຄອບຄົວທີ່ດີ ມີຄວາມຄິດສ້າງສັນ ແລະ ເບິ່ງໂລກໃນແງ່ບວກ
  7. ສາມາດປົກປ້ອງຍິງຄົນຮັກຈາກອັນຕະລາຍໄດ້
  8. ເປັນຄົນມີຄວາມຮັບຜິດຊອບໃນຄຳເວົ້າ ແລະ ການກະທຳຂອງຕົວເອງ
  9. ເປັນຄົນທີ່ເດັດຂາດ ແລະ ມີຄວາມຊັດເຈນໃນຄຳເວົ້າ ແລະ ການກະທຳ
  10. ເປັນຄົນອາລົມດີ, ມີຄວາມໂຣແມນຕິກໃນລະດັບພໍດີ

ທີ່ກ່າວມາຂ້າງເທິງນີ້ຄືລັກສະນະຂອງລູກຜູ້ຊາຍຕົວຈິງທີ່ສາວໆທົ່ວໂລກຕ້ອງການ ເພາະປຽບກັບຜູ່ຄົນດັ່ງກ່າວນີ້ງົດງາມສົມບູນແບບດັ່ງເຈົ້າຊາຍໃນນະວະນິຍາຍ ແຕ່ວ່າໃນໂລກແຫ່ງຄວາມຈິງມັນຄົງຫາຍາກປານງົມເຂັມໃນມະຫາສະໝຸດ ຖ້າຍິງສາວຄົນໃດໄດ້ພົບກັບຜູ້ຊາຍແບບນີ້ຈົ່ງຮັກສາໄວ້ໃຫ້ດີ ເພາະເຂົາຄົນນັ້ນມີຄ່າກວ່າທອງຄຳແທ້.

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...