spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ນຳຜູ້ຖືກຫາຄາດຕະກຳເມຍ ມາເຮັດແຜນປະກອບຄຳຮັບສາລະພາບ

ນຳຜູ້ຖືກຫາຄາດຕະກຳເມຍ ມາເຮັດແຜນປະກອບຄຳຮັບສາລະພາບ

Published on

ໃນວັນທີ 24 ພຶດສະພາ 2017, ພະແນກສືບສວນ-ສອບສວນອາຍາ ປກສ ແຂວງຫົວພັນ ໄດ້ນຳ ຄາດຕະກອນໂຫດຊື່ທ້າວ ເຢີເລົາ ອາຍຸ 28 ປີ, ຢູ່ບ້ານລ່ອງເມົ່າ ເມືອງຊຳເໜືອ ແຂວງຫົວພັນ ທີ່ກໍ່ເຫດໃຊ້ມີດແທງ ຄໍ ແລະ ຕົນຕົວຂອງນາງ ປາເນັ່ງຢາງ ( ຜູ້ເປັນເມຍ ) ຫຼາຍບາດ ຈົນ ເຮັດໃຫ້ເມຍຊິວິດຄາທີ່ ໃນທ້າຍປີ 2016 ຍ້ອນສົງໄສວ່າເມຍມີຊູ້  ເພື່ອ ເຮັດ ແຜນປະກອບຄໍາສາລະພາບໃຫ້ຄະດີກະຈ່າງແຈ້ງຂຶ້ນຕື່ມ ປະກອບ ໃສ່ສໍານວນຄະດີສົ່ງໃຫ້ໄອຍະການສັ່ງຟ້ອງສານຕິດສິນຕາມກົດໝາຍ.

ເຫດການດັ່ງກ່າວ, ເກີດຂຶ້ນໃນເວລາ 1 ໂມງຂອງວັນທີ 14 ພະຈິກ 2016 ທີ່ບ້ານລ່ອງເມົ່າ ເມືອງຊຳເໜືອ ແຂວງຫົວພັນ. ກ່ອນເກີດເຫດ, ທ້າວ ເຢີເລົາ ພ້ອມດ້ວຍນາງ ປາເນັ່ງຢາງ (ເມຍ) ໄດ້ຜິດຖຽງກັນ. ຈາກ ນັ້ນ, ປາເນັ່ງຢາງ (ຜູ້ຕາຍ) ຈຶ່ງໜີໄປລີ້ຢູ່ເຮືອນຂອງອ້າຍ ຢູ່ໃນບ້ານດຽວ ກັນ. ເມື່ອທ້າວ ເຢີເລົາ ຮູ້ຈຶ່ງນຳໄປຫາ ພໍໄປຮອດເຫັນ ວ່າເມຍຢູ່ໃນ ເຮືອນ ຈຶ່ງກັບໄປເຮືອນ ແລ້ວເອົາເຫຼັກມາງັດ ເຂົ້າໃນຫ້ອງນອນເຮືອນ ຂອງອ້າຍເມຍ.

ພາຍຫຼັງທີ່ປະຕູໄຂອອກໄດ້ ຈຶ່ງເຫັນເມຍນັ່ງຢູ່ໃນຫ້ອງນອນ. ເວລາ ນັ້ນ, ຜູ້ກ່ຽວຈຶ່ງເອົາມີດທີ່ກຽມມານັ້ນ ແທ່ງເຂົ້າທີ່ຄໍ ແລະ ແທງເຂົ້າ ຕົນຕົວຂອງນາງ ປາເນັ່ງຢາງ ຫຼາຍບາດ ຈົນເຮັດໃຫ້ນາງ ປາເນັ່ງຢາງ ເສຍຊີວິດຄາທີ່. ພາຍຫຼັງທີ່ເຫັນວ່າເມຍເສຍຊີວິດແລ້ວ ຜູ້ກ່ຽວກໍແທງ ຕົວເອງຕາຍເພື່ອໃຫ້ຕາຍ ແຕ່ຜູ້ກ່ຽວບໍ່ຕາຍ ຍ້ອນພີ່ນ້ອງມາເຫັນ ແລ້ວນຳສົ່ງໂຮງໜໍ ສາມາດຊ່ວຍຊີວິດໄວ້ທັນ.

ປັດຈຸບັນ, ເຈົ້າໜ້າທີ່ກຳລັງກັກຕົວທ້າວ ເຢີເລົາ ໄວ້ຢູ່ໃນຄ້າມຄຸມຂັງ ເພື່ອລໍຖ້າສະຫຼຸບສຳນວນຄະດີສົ່ງໃຫ້ສານຕັດສິນ ຕາມຂັ້ນຕອນຂອງ ກົດໝາຍ.
ແຫລ່ງຂ່າວ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...